Header Ads

ກຽມສະຫລອງເມືອງ ວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ





ລັດຖະບານ ກະກຽມສະເຫລີມສະຫລອງເມືອງ ວຽງໄຊ ຄົບຮອບ 50 ປີ (30/11/1968 – 30/11/2018 ) ໃນວັນທີ 30 ພະຈິກ 2018 ໂດຍຈະຈັດຫລາຍກິດຈະກຳສຳຄັນຢ່າງຄຶກຄື້ນ ແລະ ມີຄວາມໝາຍເລິກເຊີ່ງ.







ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຯ ຫົວພັນ ໃຫ້ສຳພາດວ່າ: ແຂວງ ຫົວພັນ ກຳລັງຮ່ວມກັບສູນກາງກະກຽມສະເຫລີມສະຫລອງເມືອງ ວຽງໄຊ ຄົບຮອບ 50 ປີ, ໃນນີ້ ສະເພາະໜ້າວຽກທີ່ແຂວງ ຫົວພັນ ຮັບຜິດຊອບຕົ້ນຕໍແມ່ນການກໍ່ສ້າງພື້ນຖານໂຄງລ່າງ ກໍຄື ການບູລະນະ ແລະ ພັດທະນາຕົວເມືອງ ວຽງໄຊ, ລວມມີ 9 ໂຄງການ ຄື: ການກໍ່ສ້າງສະໜາມຫລວງ, ສວນສາທາລະນະ, ຫໍວັດທະນະທຳ, ສ້ອງແປງ-ປູຢາງເສັ້ນທາງໃນເທດສະບານເມືອງ, ການພັດທະນາໜອງນ້ຳ, ສ້າງວົນວຽນ 5 ແຍກ ແລະ ທາງເຂົ້າໄປຫາເດີ່ນບິນ, ສ້າງໂຕໜັງສືໃຫຍ່ໃສ່ຜາຫີນ, ສ້າງທາງ 5 ແຍກ-ໂຮງຮຽນການເມືອງການປົກຄອງ-ບ້ານ ບັກ ແລະ ໂຄງການສ້ອມແປງສະໂມສອນ, ລວມມູນຄ່າທັງໝົດ 24 ຕື້ກີບ, ໃນນີ້ ມີບາງໂຄງການໄດ້ຮັບການຈັດຕັ້ງປະຕິບັດສຳເລັດແລ້ວຫລາຍກ່ວາ 40 ສ່ວນຮ້ອຍ, ແຕ່ສ່ວນໃຫຍ່ແມ່ນສຳເລັດໃນລະດັບ 10 ກ່ວາສ່ວນຮ້ອຍ ແລະ ມີບາງໂຄງການພວມຢູ່ໃນຂັ້ນຕອນປະກອບເອກະສານສັນຍາ. ຄາດວ່າທຸກໂຄງການຈະໃຫ້ສຳເລັດພາຍໃນເດືອນ ກັນຍາ ປີນີ້. ນອກນີ້ ແມ່ນການກະກຽມວາລະ ແລະ ບົດຄຳເຫັນຂອງການນຳແຂວງໃນພິທີສະເຫລີມສະຫລອງ, ລວມທັງຈຳນວນພົນເພື່ອເຂົ້າຮ່ວມກ້ອນກຳລັງສວນສະໜາມ ແລະ ອື່ນຯ. ສ່ວນວຽກທີ່ຮ່ວມກະກຽມກັບສູນກາງ ລວມມີ: ການກະກຽມປ້ອງກັນຄວາມສະຫງົບ, ຂຽນປື້ມມູນເຊື້ອເມືອງ ວຽງໄຊ, ສ້າງຟີມເອກະສານ, ກະກຽມປະດັບປະດາ-ຕົບແຕ່ງ, ເຝິກແອບກ້ອນກຳລັງ, ແຕ່ງເພັງ, ການສະແດງສິລະປະ-ວັນນະ ຄະດີ ແລະ ອື່ນຯ. 





ຮອງເຈົ້າແຂວງ ຫົວພັນ ກ່າວຕື່ມວ່າ: ສຳລັບກິດຈະກຳຕ່າງຯ ທີ່ຈະຈັດຂຶ້ນໃນໂອກາດສະເຫລີມສະຫລອງເມືອງ ວຽງໄຊ ຄົບຮອບ 50 ປີ. ນອກຈາກ ຈະມີພິທີສະເຫລີມສະຫລອງໃຫຍ່ຊຶ່ງຈະຈັດຂຶ້ນພ້ອມກັນຢູ່ສອງສະຖານທີ່ໃນວັນທີ 30 ພະຈິກ 2018 ຄື: ຢູ່ເມືອງ ວຽງໄຊ ແລະ ນະຄອນຫລວງວຽງຈັນ ຍັງຈະມີຫລາຍກິດຈະກຳສຳຄັນ ຄື: ຈັດປາຖະກະຖາກ່ຽວກັບເມືອງ ວຽງໄຊ ຢູ່ບັນດາກະຊວງ, ສຳນັກງານ-ອົງການ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ຈັດຂະ ບວນຄາລາວານຫວນຄືນສູ່ເມືອງ ວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ, ການປະກວດບົດຂັບ-ບົດລຳທີ່ສະແດງເຖີງມູເຊື້ອຂອງເມືອງ ວຽງໄຊ, ການໂຄສະນາປະຊາສຳພັນໃຫ້ສັງຄົມຮັບຮູ້ກ່ຽວກັບເມືອງ ວຽງໄຊ ແລະ ອື່ນຯ. ມາຮອດປັດຈຸບັນ ການກະກຽມວຽກງານຕ່າງຯ ຂອງແຕ່ລະອະນຸກຳມະການເພື່ອຮອງຮັບໃຫ້ແກ່ການສະເຫລີມສະຫລອງເມືອງ ວຽງໄຊ ຄົບຮອບ 50 ປີ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ຈະສຳເລັດທັນຕາມເວລາທີ່ກຳນົດໄວ້ຢ່າງແນ່ນອນ.



ເມືອງ ວຽງໄຊ ແຂວງ ຫົວພັນ ເປັນສະຖານທີ່ທີ່ມີຄວາມໝາຍ, ຄວາມສຳຄັນຍິ່ງ, ເປັນຖິ່ນກຳເນີດຂອງສູນບັນຊາສູ້ຮົບ ແລະ ຖານທີ່ໝັ້ນຂອງການປະຕິວັດ ແລະ ເປັນຈຸດກຳເນີດຂອງ ສປປ ລາວ. ປັດຈຸບັນ ລັດຖະບານ ກຳລັງສ້າງແຜນແມ່ບົດເພື່ອພັດທະນາໃຫ້ເປັນເມືອງທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທຳມະຊາດ ດ້ວຍການສຸມໃສ່ກໍ່ ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ພ້ອມທັງມຸ່ງພັດທະນາເມືອງ ວຽງໄຊ ຕາມ 5 ວິໄສທັດ ຄື: ສ້າງໃຫ້ເປັນເມືອງມໍລະດົກປະຫວັດສາດແຫ່ງຊາດ, ເປັນເມືອງທີ່ອຸດົມຮັ່ງມີ, ເປັນເມືອງສຸຂະອະນາໄມທີ່ດີ, ເປັນເມຶອງຍ່າງທ່ຽວຊົມທັງມີຄວາມສະຫງົບ ແລະ ສ້າງເປັນເມືອງສີຂຽວ.






ໂດຍ: ບຸນຕຽງ ຈັນທະວົງ ( ວສລ) , ພາບ :  Phasouk Belinda
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.