Header Ads

ປະກາດ ປະມູນຂາຍລົດຮັບແຂກຂອງລັດຖະບານ16 ຄັນ ເລິ່ມຂາຍຊອງປະມູນແມ່ນເລີ່ມແຕ່ວັນທີ 26 ມີນາ 2018





ຂະນະຮັບຜິດຊອບ 07/ນຍ (ຂໍ້ຕົກລົງນາຍົກລັດຖະມົນຕີ ເລກທີ 07/ນຍ ລົງວັນທີ 16 ມັງກອນ 2017 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຖອນ, ປະມູນຂາຍ ແລະ ປະກອບລົດປະຈຳຕຳແໜ່ງຂອງການນຳລະດັບສູງ) ອອກແຈ້ງການສະບັບເລກທີ 0902/ກງ ລົງວັນທີ 21 ມີນາ 2018 ມາຍັງບັນດາທ່ານທີ່ເປັນບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ສົນໃຈເຂົ້າຮ່ວມປະມູນລົດຊາບວ່າ: ປະຈຸບັນລັດຖະບານມີຈຸດປະສົງຈະສະສາງພາຫະນະອອກ 16 ຄັນ ເປັນລົດເກັງ ຍີ່ຫໍ້ ເມີຊິເດສເບັນ ລຸ້ນ E350 ຈຳນວນ 15 ຄັນ ແລະ ລຸ້ນ S350 ຈຳນວນ 1 ຄັນ.

ເຊິ່ງເປັນລົດທີ່ເຄີຍນຳໃຊ້ຮັບແຂກຂອງລັດຖະບານດ້ວຍຮູບການປະມູນເປີດກວ້າງ. ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ໃຫ້ຕິດຕໍ່ ແລະ ຊື້ຊອງປະມູນໄດ້ທີ່ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ລາຄາຊອງປະມູນ 200.000 ກີບ/ຊອງ/ຄັນ ແລະ ສາມາດເບິ່ງລົດຕົວຈິງໄດ້ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
ການຂາຍຊອງປະມູນແມ່ນເລີ່ມແຕ່ວັນທີ 26 ມີນາ 2018 ຫາວັນທີ 5 ເມສາ 2018 ໃນວັນ ແລະ ເວລາລັດຖະການ ແລະ ວັນທີ່ເປີດຊອງປະມູນແມ່ນວັນທີ 6 ເມສາ 2018 ເວລາ 14.00 ໂມງ ຫ້ອງປະຊຸມຊັ້ນ 4 ກະຊວງການເງິນ.


ພາບ ແລະ ຂ່າວ: ນສພ ລາວພັດທະນາ
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.