Header Ads

ທົ່ງໄຫຫິນ ແຂວງຊຽງຂວາງ ຖືກຮັບຮອງເປັນມໍລະດົກໂລກແລ້ວ ໃນກອງປະຊຸມຄະນະກຳມະການມໍລະດົກໂລກຄັ້ງທີ 43


ອີງຕາມການ ລາຍງານ​ຂອງ ສຳນັກຂ່າວສານປະເທດລາວ (KPL) ວ່າ : ວັນທີ 6 ມິຖຸນາ 2019 (ມື້ນີ້) ກອງປະຊຸມຄະນະກຳມະການມໍລະດົກໂລກຄັ້ງທີ 43 (43rd Session of the World Heritage Committee)  ທີ່ຈັດຂຶ້ນຢູ່ນະຄອນຫຼວງບາກູ ປະເທດອາແຊັກໄບຊານ ໄດ້ຮັບຮອງເອົາທົ່ງໄຫຫິນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກຢ່າງເປັນທາງການແລ້ວ ໂດຍຖືເປັນແຫ່ງທີ 3 ຂອງ ສປປ.ລາວ ທີ່ໄດ້ຮັບການຈາກອຸຍເນສະໂກ (UNESCO).





ສໍາລັບການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຜູ້ແທນຈາກ ສປປ.ລາວ ນຳໂດຍທ່ານ ບໍ່ແສງຄຳ ວົງລາດາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຊິ່ງ ສປປ.ລາວ ໄດ້ສະເໜີທົ່ງໄຫຫິນ ແຂວງຊຽງຂວາງ 11 ແຫ່ງ ຈາກທັງໝົດເກືອບ 20 ແຫ່ງທີ່ຄົ້ນພົບ ແລະ ບັນທຶກຢ່າງເປັນທາງການເຂົ້າເປັນມໍລະດົກໂລກ.




ທົ່ງໄຫຫິນ ແຂວງຊຽງຂວາງ ໄດ້ຖືກສະເໜີຂຶ້ນເປັນມໍລະດົກໂລກ ມາຕັ້ງແຕ່ວັນທີ 25 ມີນາ 1992 ໃນປະເພດມໍລະດົກໂລກທາງວັດທະນະທຳ ດ້ວຍຂໍ້ກຳນົດ ແລະ ຫຼັກເກນທີ 1 ແລະ 3 ຈາກທັງໝົດ 6 ຫຼັກເກນໃນປະເພດມໍລະດົກໂລກທາງວັດທະນະທຳຂອງອົງການ UNESCO ທີ່ລະບຸວ່າ: 1. ເປັນຕົວແທນໃນການສະແດງຜົນງານເອກ ທີ່ສ້າງຂຶ້ນດ້ວຍຫົວຄິດປະດິດສ້າງອັນສະຫຼຽວສະຫຼາດຂອງມະນຸດ, 3. ເປັນສິ່ງທີ່ຢືນຢັນເຖິງຫຼັກຖານຂອງວັດທະນະທຳ ແລະ ອະລິຍະທຳທີ່ປາກົດໃຫ້ເຫັນຢູ່ໃນປັດຈຸບັນ ຫຼື ວ່າໄດ້ສາບສູນໄປແລ້ວ.



ປັດຈຸບັນ, ມໍລະລົກໂລກ ໃນ ສປປ.ລາວ ປະກອບມີ: ເມືອງຫຼວງພະບາງ (ນະຄອນຫຼວງພະບາງ) ແຂວງຫຼວງພະບາງ ທີ່ຖືກຮັບຮອງໃນປີ 1995, ວັດພູ ແຂວງຈຳປາສັກ ຖືກຮັບຮອງໃນປີ 2001 ແລະ ຫຼ້າສຸດທົ່ງໄຫຫິນ ແຂວງຊຽງຂວາງຖຶຮັບຮອງໃນວັນທີ 6 ມີຖຸນາ  2019 ທີ່ນະຄອນຫຼວງບາກູ ປະເທດອາແຊັກບາຍຊານ ໂດຍທັງສາມແຫ່ງແມ່ນຢູ່ໃນປະເພດມໍລະດົກໂລກທາງວັດທະນະທຳ.




ຂໍ້ມູນ : KPL/idsala.com 
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.