Header Ads

ມາທໍາຄວາມຮູ້ຈັກກັບແຮ່ໄພໄຮທ (Pyrite) ເບື້ອງຕົ້ນ


ແຮ່ໄພໄຮທ (Pyrite) ແມ່ນມາຈາກພາກສາເກັຣກຄໍາວ່າ “Pry” ມີຄວາມໝາຍວ່າ ໄຟ (fire) ເພາະເມື່ອນໍາໄປຕີກັບເຫຼັກກ້າຈະເກີດເປັນປະກາຍໄຟ ໂດຍສີແຮ່ທາດນີ້ຄ້າຍກັບສີຄໍາຈົນເຮັດໃຫ້ຫຼາຍຄົນເຂົ້າໃຈຜິດວ່າແມ່ນຄໍາ ແລະ ພາສາອັງກິດວ່າ (fool’s gold).



ລັກສະນະ ແລະ ວິທີສັງເກດ: 
  • ແຮ່ໄພໄຮທ (Pyrite) ມີສີຄ້າຍກັບຄໍາ ທີ່ເປັນຈຸດເດັ່ນເຮັດໃຫ້ຄົນທີ່ບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈຄິດວ່າແມ່ນ “ຄໍາ”
  • ແຮ່ໄພໄຮທ (Pyrite) ຕ່າງກັບຄໍາ ຢູ່ທີ່ຄວາມແຮງແຂງ, ມີຜົງລະອຽດ ແລະ ມີສີດໍາອອກຂຽວ 


ປະໂຫຍດຂອງ ແຮ່ໄພໄຮທ (Pyrite):  ເປັນແຮ່ທາດກໍາມະຖັນທີ່ສໍາຄັນທີ່ສາມາດນໍາມາເຮັດ “ກົດກໍາມະຖັນ” ແລະ Copperas (Ferrous sulfate) ຊື່ງໃຊ້ເປັນສີຍ້ອມ, ການເຮັດມືກ, ຢາຮັກສາເນື້ອໄມ້ ແລະ ຢາຂ້າເຊື້ອໂລກ. 




© ໂຕະນໍ້າຊາ | tonamcha.com
___________



Powered by Blogger.