Header Ads

ທົ່ງໄຫຫີນແຂວງຊຽງຂວາງ ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ


ອີງຕາມການລາຍງານຂອງ ທ່ານ ທອງໃບ ໂພທິສານ ຜ່ານເຟສບຸ໊ກສ່ວນໂຕວ່າ : ທົ່ງໄຫຫີນແຂວງຊຽງຂວາງໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແລ້ວ ຊື່ງຄາດວ່າຈະໄດ້ຖືກປະກາດຮັບຮອງຢ່າງເປັນທາງການໃນກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 30 ມິຖຸນາ-7 ກໍລະກົດ 2019 ທີ່ຈະເຖິງນີ້ ຢູ່ທີ່ປະເທດອາແຊັກບາຍຊານ. 





ນອກຈາກນັ້ນ. ​ທ່ານ ທອງໃບ ໂພທິສານ ຍັງເນັ້ນຕື່ມຂອງຂໍ້ຄວາມຕອນທ້າຍວ່າ “ກວ່າ 20 ປີທີ່ມຸ້ງຫວັງ ລໍຄອຍ ມາເຖິງມື້ນີ້ ພູມໃຈໄດ້ແລ້ວປະຊາຊົນລາວ ແລະ ຊາວຊຽງຂວາງ”  ໃນການຮັບຮອງທົ່ງໄຫຫີນແຂວງຊຽງຂວາງຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ

© ໂຕະນໍ້າຊາ | tonamcha.com
___________


Powered by Blogger.