Header Ads

ລົງນາມສັນຍາ ຂຸດຄົ້ນ-ສຳຫຼວດແຮ່ຄຳ ຢູ່ເມືອງຊານໄຊ ແລະ ເມືອງດາກຈຶງ




ພິ­ທີ​ລົງ​ນາມ​ສັນ­ຍາ​ວ່າ​ດ້ວຍ​ການ​ຊອກ​ຄົ້ນ-ສຳ​ຫຼວດ​ແຮ່​ຄຳ ຢູ່​ເຂດ​ວັງ​ຕັດ ເມືອງ​ຊານ​ໄຊ ແຂວງ​ອັດ​ຕະ​ປື ແລະ ເຂດ​ເມືອງ​ດາກ​ຈຶງ ແຂວງ​ເຊ​ກອງ ແລະ ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ວ່າ​ດ້ວຍ​ການ​ກຳ­ນົດ​ເຂດ​ຂຸດ​ຄົ້ນ ແລະ ການ​ແບ່ງ­ປັນ​ຜົນ​ປະ­ໂຫຍດ​ໂຄງ­ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່​ຄຳ​ຢູ່​ເຂດ​ວັງ​ຕັດ ເມືອງ​ຊານ​ໄຊ ແຂວງ​ອັດ​ຕະ​ປື ຈັດ​ຂຶ້ນ​ວັນ​ທີ 22 ເມ­ສາ 2019 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ ສຸ­ພັນ ແກ້ວ​ມີ​ໄຊ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ແລະ ທ່ານ ພົງ​ໄຊ​ໄຊ­ຊະ­ນະ ໄຊ​ຍະ​ເສ­ນາ ຜູ້­ອຳ­ນວຍ­ການ​ໃຫຍ່ ບໍ­ລິ­ສັດ ວັງ​ຕັດ​ຂຸດ​ຄົ້ນ​ບໍ່​ແຮ່ ຈຳ­ກັດ ປະ­ທານ​ບໍ­ລິ­ສັດ ດາກ​ຈຶງ​ສຳ​ຫຼວດ​ແຮ່​ທາດ ຈຳ­ກັດ ແລະ ບໍ­ລິ­ສັດ ວັງ​ຕັດ​ສຳ​ຫຼວດ​ແຮ່​ທາດ ຈຳ­ກັດ ໂດຍ​ມີ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ຮອງ​ເຈົ້າ­ແຂວງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ພົງ​ໄຊ​ໄຊ­ຊະ­ນະ ໄຊ​ຍະ​ເສ­ນາ ກ່າວ​ວ່າ: ບໍ­ລິ­ສັດ ວັງ​ຕັດ​ຂຸດ​ຄົ້ນ​ບໍ່​ແຮ່ ຈຳ­ກັດ ແມ່ນ​ຫົວ­ໜ່ວຍ​ທຸ­ລະ​ກິດ​ເອ­ກະ​ຊົນ​ທີ່​ຈົດ​ທະ­ບຽນ​ຢູ່ ສປປ ລາວ ພາຍ​ໃຕ້​ການ​ຮ່ວມ​ທຶນ​ນັກ­ທຸ­ລະ­ກິດ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເຊິ່ງ​ໄດ້​ລົງ­ທຶນ ແລະ ຈັດ​ຕັ້ງ​ດຳ­ເນີນ​ໂຄງ­ການ​ພັດ­ທະ­ນາ​ບໍ່​ແຮ່​ໃນ​ເຂດ​ເມືອງ​ດາກ​ຈຶງ ແຂວງ​ເຊ​ກອງ ແລະ ເມືອງ​ຊານ​ໄຊ ແຂວງ​ອັດ​ຕະ​ປື ແຕ່​ປີ 2009 ເປັນ­ຕົ້ນ​ມາ ພາຍ​ໃຕ້​ສັນ­ຍາ​ສຳ​ປະ­ທານ​ຊອກ​ຄົ້ນ-ສຳ​ຫຼວດ-ຂຸດ​ຄົ້ນ-ຜະ­ລິດ​ປຸງ​ແຕ່ງ​ແຮ່​ຄຳ ກັບ​ຄະ­ນະ​ຮັບ­ຜິດ­ຊອບ​ກອງ​ທຶນ​ພັກ ແລະ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ຫ້ອງ​ວ່າ­ການ​ສູນ​ກາງ​ພັກ ໃນ​ເມືອ​ກ່ອນ ປັດ­ຈຸ­ບັນ​ໄດ້​ຮັບ­ຜິດ­ຊອບ​ເຂດ​ສຳ​ຫຼວດ​ແຮ່​ຄຳ​ຢູ່​ເມືອງ​ດາກ​ຈຶງ ເນື້ອ­ທີ່ 161,8 ກິ​ໂລ​ຕາ​ແມັດ ແລະ ເຂດ​ວັງ​ຕັດ ເມືອງ​ຊານ​ໄຊ ເນື້ອ­ທີ່ 219,3 ກິ​ໂລ​ຕາ​ແມັດ ເຂດ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ດ້ານ​ເສດ­ຖະ­ກິດ-ເຕັກ­ນິກ 15 ກິ​ໂລ​ຕາ​ແມັດ ຢູ່​ບ້ານ​ວັງ​ຕັດ​ໃຫຍ່ ເມືອງ​ດາກ​ຈຶງ ແລະ ເຂດ​ຂຸດ​ຄົ້ນ​ແຮ່​ຄຳ 3 ກິ​ໂລ​ຕາ​ແມັດ ຢູ່​ບ້ານ​ຢຽງ​ດາກ (ບ້ານ​ນ້ຳ­ຄຳ) ເມືອງ​ຊານ​ໄຊ.


ສົກ​ປີ 2017-2018 ກົມ​ການ­ເມືອງ​ສູນ​ກາງ​ພັກ ໄດ້​ມີ​ມະ­ຕິ​ຕົກ­ລົງ​ຫັນ​ວຽກ​ງານ​ການ​ຄຸ້ມ​ຄອງ​ໂຄງ­ການ​ສ້າງ​ກອງ​ທຶນ​ພັກ ໃຫ້​ມາ​ຂຶ້ນ​ກັບ​ລັດ­ຖະ­ບານ ຕາມ​ທິດ​ຫັນ​ວຽກ​ງານ​ການ​ຄຸ້ມ​ຄອງ​ລັດ-ຄຸ້ມ​ຄອງ​ສັງ­ຄົມ​ດ້ວຍ​ລະ­ບຽບ​ກົດ­ໝາຍ ການ​ລົງ​ນາມ​ສັນ­ຍາ​ຄັ້ງ​ນີ້​ເປັນ​ບາດ­ກ້າວ​ໜຶ່ງ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ ດ້ວຍ​ການ​ເຂົ້າ​ສັນ­ຍາ​ໃໝ່ ພາຍ​ໃຕ້​ເງື່ອນ­ໄຂ ລະ­ບຽບ​ຫຼັກ­ການ​ໃໝ່ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ກົດ­ໝາຍ​ວ່າ​ດ້ວຍ​ແຮ່​ທາດ ສະ­ບັບ​ປັບ­ປຸງ​ໃໝ່ ພາ­ລະ­ກິດ ແລະ ວິ­ໄສ​ທັດ​ຂອງ​ບໍ­ລິ­ສັດ ວັງ​ຕັດ​ຂຸດ​ຄົ້ນ​ບໍ່​ແຮ່ ຈຳ­ກັດ ນອກ­ຈາກ​ຮັບ ປະ­ກັນ​ການ​ລົງ­ທຶນ​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ແລ້ວ ຍັງ​ໄດ້​ວາງ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ບໍ່​ແຮ່​ຢ່າງ​ມີ​ຈຸດ​ສຸມ ເພື່ອ​ກ້າວ​ຂຶ້ນ​ເປັນ​ອຸດ­ສາ­ຫະ­ກຳ​ທັນ​ສະ­ໄໝ ຕາມ​ທິດ​ສີ­ຂຽວ ແລະ ຍືນ​ຍົງ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ຮອບ­ດ້ານ ປະ­ກອບ­ສ່ວນ​ປະ­ຕິ­ບັດ​ພັນ­ທະ​ສ້າງ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ແຫ່ງ​ລັດ ຮັບ­ປະ­ກັນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ​ລຽບ​ຕາມ​ຊາຍ​ແດນ ນຳ​ເອົາ​ຄວາມ​ຈະ­ເລີນ​ຮຸ່ງ­ເຮືອງ​ມາ­ສູ່​ມາ­ຕຸ­ພູມ​ດິນ­ແດນ​ວີ­ລະ​ຊົນ​ເມືອງ​ດາກ​ຈຶງ ແລະ ເມືອງ​ຊານ​ໄຊ. ພາບ-ຂ່າວ: ນສພ ວຽງຈັນໃຫ່ມ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.