ລາວ ໂທລະຄົມ ເຊັນສັນຍາຮ່ວມມືກັບ ບໍລິສັດ ພັດທະນາລາວສາກົນ ຈຳກັດ ສະໜອງບໍລິການ ໂທລະຄົມມະນາຄົມ ໃນ ສູນການຄ້າສາກົນ ເວີເທດເຊັນເຕີ້
ລາວ ໂທລະຄົມ ຮ່ວມມືກັບ ບໍລິສັດ ພັດທະນາລາວສາກົນ ຈຳກັດ ເພື່ອສະຫນອງ ບໍລິການໂທລະຄົມມະນາຄົມ ຄົບວົງຈອນ ໃນສູນການຄ້າສາກົນ ເວີເທດເຊັນເຕີ້ ເຊິ່ງເປັນໂຄງການຂະຫນາດໃຫຍ່ (Mega Project) ອີກໂຄງການໜຶ່ງ ທີ່ໄດ້ຮັບສຳປະທານ ແລະ ອະນຸຍາດໃນການດຳເນີນທຸລະກິດ ຈາກ ລັດຖະບານລາວ ເປັນການພັດທະນາພື້ນຖານໂຄງລ່າງທີ່ສໍາຄັນ ຕໍ່ການຈັດຕັ້ງຜັນຂະຫຍາຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນການເພີ້ມທະວີການເປີດກວ້າງ ແລະ ຍົກລະດັບການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທືນ ແລະ ການທ່ອງທ່ຽວ ຂອງສອງປະເທດ ລາວ-ຈີນ, ຈີນ-ລາວ ເວົ້າສະເພາະ, ເວົ້າລວມ ແມ່ນເປັນການເພີ່ມທະວີການພົວພັນທາງດ້ານເສດຖະກິດຢູ່ໃນຂົງເຂດການຄ້າເສລີ ຈີນ-ອາຊ່ຽນ.
ແນ່ນອນວ່າການໃຫ້ບໍລິການ ສູນການຄ້າທີ່ທັນສະໄຫມໃນລະດັບສາກົນ ເວີເທດເຊັນເຕີ ນີ້ ປັດໃຈໜຶ່ງທີ່ຂາດບໍ່ໄດ້ສໍາລັບຮັບໃຊ້ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ມາປະກອບທຸລະກິດ ແລະ ລູກຄ້າທີ່ເຂົ້າມາໃຊ້ບໍລີການ ໃນສູນການຄ້າສາກົນ ເວີເທດເຊັນເຕີ ກໍ່ຄືການຕິດຕໍ່ສື່ສານໂທລະຄົມມະນາຄົມ, ການຮັບ-ສົ່ງຂໍ້ມູນຕ່າງໆ ຜ່ານທາງ ໂທລະສັບມືຖື, ອິນເຕີເນັດ ແລະ ອຶ່ນໆ. ເຊິ່ງ ລາວ ໂທລະຄົມ ໄດ້ລົງທືນກໍ່ສ້າງຕາຫນ່າງໂທລະຄົມທັ້ງແບບມີສາຍ ແລະ ແບບບໍ່ມີສາຍ ເພື່ອໃຫ້ບໍລິການໃນເຂດພື້ນທີ່ດັ່ງກ່າວ ເຊັ່ນ: ໂທລະສັບມືຖື 3G, 4G, 4.5G, ອິນເຕີເນັດຄວາມໄວສູງ ທັ້ງພາຍໃນ ແລະ ຕ່າງປະເທດ, Wi-Fi, ແລະ ໂທລະສັບຕັ້ງໂຕະ.
ພິທີເຊັນສັນຍາໄດ້ຈັດຂື້ນໃນວັນທີ 28/03/2018 ເວລາ 15 :00 ໂມງ ທີ່ສຳນັກງານໃຫ່ຍ ລາວ ໂທລະຄົມ ນະຄອນຫຼວງວຽງຈັນ ຜູ້ຕ່າງຫນ້າ ລາວ ໂທລະຄົມ ໂດຍທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ ລາວ ໂທລະຄົມ ແລະ ຜູ້ຕາງຫນ້າຝ່າຍສູນການຄ້າສາກົນ ເວີເທັດເຊັນເຕີ ໂດຍ Mr. XIAO LONG ຜູ້ອຳນວຍການໃຫ່ຍ ບໍລິສັດ ພັດທະນາລາວສາກົນ ຈຳກັດ ໂດຍມີຄະນະຜູ້ບໍລິຫານທັ້ງສອງຝ່າຍ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມເປັນສັກຂີພະຍານ.
ລາວ ໂທລະຄົມ ມຸ່ງໝັ້ນພັດທະນາການໃຫ້ບໍລິການ ເພື່ອຮັບໃຊ້ສັງຄົມລາວໃຫ້ກ້າວໄປສູ່ ການຫັນປ່ຽນເປັນສັງຄົມດິຈີຕ້ອນ (Towards Digital Transformation)
ຜູ້ຕາງໜ້າຂອງ 2 ບໍລິສັດ ທີ່ລົງນາມເຊັນສັນຍາຮ່ວມກັນໃນຄັ້ງນີ້ຄື:
ຝ່າຍ LID
1. Mr. XIAO LONG ຜູ້ອຳນວຍການໃຫ່ຍ LID
2. Mr. QIN GUANPING ຮອງຜູ້ອຳນວຍການໃຫ່ຍ LID
3. ນ. ສຸນທະລີ ເລຂາອຳນວຍການໃຫ່ຍ LID
4. Mr. SONG GANG ຫົວໜ້າຝ່າຍການຕະຫລາດ LID
5. Mr. XIN LIGANG ຫົວໜ້າອອກແບບ LID
6. ນ. ດາລຸນນີ ຈິດຕະບູນ ວິຊາການ LID
7. ນາງ ວຽງສະໜອງ ຄຸນຜາລີ ນາຍແປພາສາ LID
8. Mr. LIAO XIAN QUAN ວິຊາການ ອິນເຕີເນັດ LID
ຝ່າຍ ລາວ ໂທລະຄົມ
9. ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫ່ຍ ພ້ອມດ້ວນຄະນະຜູ້ບໍລິຫານ ລະດັບສູງ ບໍລິສັດລັດ ວິສາຫະກິດ ລາວ ໂທລະຄົມມະນາຄົມ
___________
Post a Comment