Header Ads

ນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມ ກອງປະຊຸມ ສຸດຍອດ ພາກພື້ນແມ່ນໍ້າຂອງ ທີ່ ສສ ຫວຽດນາມ





ໃນວັນທີ 29 ມີນາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນຳພາຄະນະ ຜູ້ແທນເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດ ອະນຸພາກພື້ນ ແມ່ນ້ຳຂອງ ຄັ້ງທີ 6, ກອງປະຊຸມສຸດຍອດ ທຸລະກິດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທຳອິດ ແລະ ກອງປະຊຸມສຸດຍອດ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນ ລະຫວ່າງ ວັນທີ 30-31 ມີນາ 2018 ທີ່ຮ່າໂນ້ຍ, ສສ ຫວຽດນາມ ຕາມການເຊື້ອເຊີນ ຂອງທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.



ສຳລັບ ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນໍ້າ ຂອງຄັ້ງນີ້ ຈະເປັນການສະເຫລີມ ສະຫລອງ ຄົບຮອບ 25 ປີ ແຫ່ງການ ຮ່ວມມື ແລະ ການເປັນຄູ່ຮ່ວມງານ ໃນການສົ່ງເສີມ ແລະ ພັດທະນາອະນຸພາກພື້ນແມ່ນ້ຳຂອງ ກໍຄືບັນດາແລວທາງ ເສດຖະກິດອະນຸພາກພື້ນ ແມ່ນໍ້າຂອງ ລະ ຫວ່າງ ບັນດາປະເທດສະມາຊິກ ແລະ ການສະໜັບສະໜູນຈາກ ຄູ່ຮ່ວມພັດທະນາ ເຊິ່ງ ຈະໄດ້ ຮັບຮອງເອົາ ຖະແຫລງການຮ່ວມ ແລະ ເອກະສານຈຳນວນໜຶ່ງ ເພື່ອ ເປັນທິດທາງການ ຮ່ວມ ມືໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ກອງປະຊຸມ ສຸດຍອດ ທຸລະກິດອະນຸພາກພື້ນແມ່ນໍ້າຂອງ  ໄດ້ຖືກຈັດຂຶ້ນ ເປັນຄັ້ງທໍາອິດ ເພື່ອໂຄສະນາເຜີຍ ແຜ່ບັນດາ ທ່າແຮງບົ່ມຊ້ອນ ແລະ ກາລະໂອກາດ ໃນອະນຸພາກພື້ນແມ່ນໍ້າຂອງ ໃຫ້ແກ່ ພາກເອກະຊົນ ແລະ ຄູ່ຮ່ວມ ມືພັດທະນາ ແນໃສ່ສົ່ງເສີມ ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນພາກພື້ນນີ້ ໃຫ້ນັບມື້ຫລາຍ ຂຶ້ນ. ຄຽງຄູ່ກັນນີ້, ຈະມີການຈັດງານວາງ ສະແດງຮູບພາບ ແລະ ເຜີຍແຜ່ຮູບເງົາ ທີ່ສະທ້ອນ ໃຫ້ເຫັນຜົນ ສໍາເລັດ ຂອງການຮ່ວມມື ອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 25 ປີທີ່ຜ່ານມາ.



ສະ​ເພາະ ກອງປະຊຸມສຸດຍອດ  ເຂດສາມຫລ່ຽມພັດທະນາ  ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10, ນີ້, ຜູ້ນໍາ 3 ປະເທດ ຈະໄດ້ຕີລາຄາຄືນ ຜົນການຈັດຕັ້ງຜັນຂະຫຍາຍ ກອງປະຊຸມສຸດຍອດ  ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນປີ 2016 ຜ່ານມາ ທີ່ສຽມລຽບ ​ເຊິ່ງ ຈະໄດ້ຮັບຮອງ ແລະ ລົງນາມ ຖະແຫລງການຮ່ວມ ເພື່ອເປັນທິດທາງ ໃນການຮ່ວມມືໃນຕໍ່ໜ້າ, ພ້ອມທັງ ຈະໄດ້ຮັບຮອງ ເອົາແຜນປະຕິບັດງານ ວ່າດ້ວຍການ ເຊື່ອມຈອດເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ ຮອດປີ 2030. ໃນໂອກາດເຂົ້າ ຮ່ວມ ກອງປະຊຸມສຸດຍອດຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງມີແຜນ ພົບປະສອງຝ່າຍ ກັບບັນດາຜູ້ນຳ ຂອງປະເທດສະມາຊິກ ອະນຸພາກພື້ນ ແມ່ນໍ້າຂອງ ແລະ ຈະເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ຂອງ ສສ ຫວຽດນາມ ອີກດ້ວຍ.


ເນື້ອໃນຂ່າວ: ຂປລ 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.