Header Ads

ກອງປະຊຸມສຸດຍອດທຸລະກິດ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງທຳອິດໄດ້ຈັດຂື້ນໃນຕອນຄໍ່າວັນທີ 30 ມີນາ 2018 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ






ໂດຍພາຍໄຕ້ການເປັນປະທານຂອງທ່ານ: ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ,ເຊີ່ງມີຜູ້ນໍາແລະການນໍາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ,ເລຂາທິການໃຫຍ່ອາຊຽນ,ທະນາຄານພັດທະນາອາຊີ,ທະນາຄານໂລກຕະຫຼອດຮອດນັກທຸລະກິດທີ່ເປັນຕົວແທນຈາກບັນດາປະເທດອະນຸພາກພື້ນແມ່ນໍ້າຂອງເຂົ້າຮ່ວມ 1.000 ກວ່າຄົນ.





ໃນວາລະດໍາເນີນກອງປະຊຸມພາຍຫຼັງທີ່ປະທານກອງປະຊຸມກ່າວເປີດຢ່າງເປັນທາງການແລ້ວ ບັນດາຜູ້ນຳ ປະເທດສະມາຊິກກໍໄດ້ປຶກສາຫາລື ກ່ຽວກັບ ຕົວຂັບເຄື່ອນໃໝ່ ສຳລັບ ການພັດທະນາໃນພາກພື້ນແມ່ນໍ້າຂອງ ໃນອະນາຄົດ,ການຈັດໃຫ້ມີກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງຄັ້ງນີ້ເປັນການເປີດກວ້າງການຮ່ວມມື ແລະສົ່ງເສີມທຸລະກິດຮ່ວມກັນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ.ກອງປະຊຸດສຸດຍອດທຸລະກິດຄັ້ງນີ້ແມ່ນການຍົກລະດັບກົນໄກການຮ່ວມມືຂອງພາກສ່ວນທຸລະກິດ GMS ຈາກກົນໄກກອງປະຊຸມທຸລະກິດອະນຸພາກພື້ນທີ່ຈັດຂື້ນຫຼາຍປີໃຫ້ມາເປັນລະດັບກອງປະຊຸມສຸດຍອດທີ່ມີຜູ້ນໍາສູງສຸດຂອງສະມາຊິກ GMS ເຂົ້າຮ່ວມນໍາ.ເຊີ່ງເປັນການສະແດງໃຫ້ເຫັນເຖີງຄວາມສໍາຄັນທີ່ຜູ້ນໍາ GMS ມີຕໍ່ບົດບາດແລະການປະກອບສ່ວນຂອງພາກສ່ວນທຸລະກິດໃນຂອບການຮ່ວມມືຂອງ GMS. 


ກອງປະຊຸດສຸດຍອດທຸລະກິດ GMS ຄັ້ງນີ້ຈະເປີດໂອກາດໃຫ້ພາກທຸລະກິດຂອງປະເທດອະນຸພາກພື້ນແມ່ນໍ້າຂອງໄດ້ປຶກສາຫາລືກັນກ່ຽວກັບຊ່ອງທາງໃນການດໍາເນີນທຸລະກິດ,ແລກປ່ຽນບົດຮຽນນໍາກັນແລ້ວສ້າງເຄືອຂ່າຍແລະຈັບຄູ່ທຸລະກິດຮ່ວມກັນ.ພ້ອມດຽວກັນນັ້ນກໍຍັງເປັນໂອກາດອັນດີທີ່ພາກທຸລະກິດຈະໄດ້ສົນທະນາກັບການນໍາຂອງປະເທດສະມາຊິກ GMS,ປະທານທະນາຄານພັດທະນາອາຊີ,ອໍານວຍການທະນາຄານໂລກແລະເລຂາທິການໃຫຍ່ອາຊຽນ ກ່ຽວກັບການພົວພັນຮ່ວມມືແລະປະສານງານກັນລະຫວ່າງພາກລັດແລະເອກະຊົນກໍຄືຄວາມພະຍາຍາມຂອງລັດຖະບານໃນການສົ່ງເສີມແລະສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄ້າ,ການລົງທຶນ,ການທ່ອງທ່ອງທ່ຽວແລະການດໍາເນີນທຸລະກິດໃນຂະແໜງການຕ່າງໆລວມທັງທຸລະກິດຂະໜາດນ້ອຍແລະຂະໜາດກາງຫຼື (SME) ການເຂົ້າເຖີງແຫຼ່ງທຶນແລະເຕັກໂນໂລຊີທີ່ທັນສະໄໝ.


ເຊິ່ງໃນກອງປະຊູມດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ກໍ່ໄດ້ສະເໜີແນວທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ບັນດາໃຫ້ນັກລົງທຶນ ພາຍໃນ ແລະ ພາຍນອກ ອະນຸພາກພື້ນເຂົ້າໄປລົງທຶນໃນ ສປປລາວ ເນື່ອງຈາກວ່າ ອະນຸພາກພື້ນແມ່ນໍ້າຂອງແມ່ນພາກພື້ນໜື່ງທີ່ມີທ່າແຮງອັນໃຫຍ່ຫຼວງສໍາລັບການຮ່ວມມື.ສະນັ້ນຈື່ງສະເໜີໃຫ້ພາກທຸລະກິດຂອງປະເທດສະມາຊິກແລະຄູ່ຮ່ວມມືເອົາໃຈໃສ່ຄົ້ນຄວ້າ,ສຶກສາຊອກຫາຊ່ອງທາງໃນການດໍາເນີນທຸລະກິດໃນຂະແໜງການທີ່ເຫັນວ່າຕົນມີຄວາມສາມາດແລະສໍານີນານງານ ລວມທັງຊອກຫາຕະຫລາດໃໝ່ອີກດ້ວຍ.

ພາບ ແລະ ຂ່າວ: ວສລ 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.