Header Ads

ຜົນສຳເລັດ ຂອງກອງປະຊຸມສຸດຍອດທຸລະກິດ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງທຳອິດ ແລະ ກອງປະຊຸ່ມທີ່ກ່ຽວຂ້ອງ ໃນລະຫວ່າງ ວັນທີ 30-31 ມີນາ 2018, ທີ່ ຮ່າໂນ້ຍ, ສສ ຫວຽດນາມ




ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທຳອິດ, ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນຳ້ຂອງ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນລະຫວ່າງ ວັນທີ 30-31 ມີນາ 2018 ທີ່ ຮ່າໂນ້ຍ, ສສ ຫວຽດນາມ ດ້ວຍຜົນສຳເລັດຢ່າງຈົບງາມ. 



ໃນວັນທີ 30 ມີນາ 2018 ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ທຸລະກິດ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງທໍາອິດ, ເຊິ່ງມີບັນດາຜູ້ນຳ ແລະ ການນຳຂອງບັນດາປະເທດສະມາຊິກ ອະນຸພາກພື້ນແມ່ນໍ້າຂອງ, ທະນາຄານພັດທະນາອາຊີ, ທະນາຄານໂລກ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຫຼາຍກ່າວພັນທ່ານ. ບັນດາຜູ້ນຳ ໄດ້ປຶກສາຫາລື ກ່ຽວກັບ ຕົວຂັບເຄື່ອນໃໝ່ ສຳລັບ ການພັດທະນາໃນພາກພື້ນແມ່ນຳ້ຂອງ ໃນອະນາຄົດ, ເຊິ່ງໃນກອງປະຊູມດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ສະເໜີ ແນວທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ບັນດາໃຫ້ນັກລົງທຶນ ພາຍໃນ ແລະ ພາຍນອກ ອະນຸພາກພື້ນ ລວມທັງບັນດາທ່າແຮງ ຂອງ ສປປ ລາວ. 



ໃນຕອນເຊົ້າ ຂອງວັນທີ 31 ມີນາ 2018 ພະນະທ່ານ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນຳ້ຂອງ ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ກຳລັງແຮງຂອງການຮ່ວມມື 25 ປີ ແລະ ການສ້າງອະນຸພາກພື້ນແມ່ນຳ້ຂອງໃຫ້ມີຄວາມຍືນຍົງ, ເຊື່ອມໂຍງ ແລະ ຈະເລີນຮຸ່ງເຮື່ອງ”. ກອງປະຊຸມດັ່ງກ່າວ ໄດ້ຮັບຟັງລາຍງານ ກ່ຽວກັບ ຜົນສຳເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດ ວຽກງານ ການຮ່ວມມື ໃນອະນຸພາກພື້ນແມ່ນຳ້ຂອງ ໃນໄລຍະ 25 ປີ ອັນເກີດມາຈາກ ຄວາມພະຍາຍາມ ແລະ ການປະກອບສ່ວນ ຢ່າງຕັ້ງໜ້າ ຂອງບັນດາປະເທດສະມາຊິກ ນຳກັນ. ນອກນັ້ນ, ຍັງໄດ້ຮັບຟັງ ກ່ຽວກັບ ບັນດາສິ່ງກີດຂວາງຕ່າງໆ ທີ່ທ່ວງດຶຶງ ການພັດທະນາໃນຂົງເຂດດັ່ງກ່າວ ແລະ ການຮ່ວມມືກັນເພື່ອພັດທະນາ ຂອບການຮ່ວມມືດັ່ງກ່າວ ໃຫ້ນັບມື້ນັບດີຂຶ້ນເທ່ຶອລະກ້າວ. ພ້ອມນີ້, ທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ເຊີນຊວນ ຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານ ໄປຢ້ຽມຢາມ ສປປ ລາວ ເນື່ອງໃນໂອກາດ ປີທ່ອງທ່ຽວ 2018 ອີກດ້ວຍ. 

ໃນກອງປະຊຸມສູດຍອດໃນຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຮ່ວມ (The Sixth GMS Summit Joint Declaration), ແຜນດຳເນີນງານ ຮ່າໂນ້ຍ ໃນປີ 2018-2022 (The Ha Noi Action Plan 2018-2022) ແລະ ບັນຊີໂຄງການລົງທຶນໃນຂອບການລົງທຶນພາກພື້ນແມ່ນຳ້ຂອງ 2022 (The Regional Investment Framework 2022) ເພື່ອເປັນທິດທາງໃນການຮ່ວມມືກັນໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ກໍ່ໄດ້ຢ້ຽມຊົມງານວາງສະແດງ ຮູບພາບ ທີ່ສະທ້ອນໃຫ້ເຫັນຜົນສໍາເລັດຂອງການຮ່ວມມື ອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 25 ປີທີ່ຜ່ານມາ. 

ໃນຕອນບ່າຍຂອງ ຂອງວັນທີ 31 ມີນາ 2018 ພະນະທ່ານ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10, ເຊິ່ງກອງປະຊຸມ ໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍຜົນຂອງ ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນປີ 2016 ຜ່ານມາ ທີ່ ສຽມລຽບ ແລະ ໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນການພັດທະນາ ໃນຂົງເຂດດັ່ງກ່າວໃນຕໍ່ໜ້າ. ນອກນັ້ນ, ຍັງໄດ້ລົງນາມ ແລະ ຮັບຮອງຖະແຫຼງການຮ່ວມ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 (Joint Declaration of the 10th Cambodia-Laos PDR-Viet Nam Summit on Development Triangle Area) ແລະໄດ້ຮັບຮອງເອົາ ແຜນປະຕິບັດງານ ວ່າດ້ວຍ ການເຊື່ອມຈອດເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ ຮອດປີ 2030 (The Action Plan for Cambodia-Laos-Viet Nam Economic Connectivity up to 2030) ເພື່ອສົ່ງເສີມການເຊື່ອມຈອດຮອບດ້ານ ລະຫວ່າງ ສາມປະເທດ ໃນຕໍ່ໜ້າດັ່ງກ່າວ.


ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ໄດ້ພົບປະສອງຝ່າຍ ກັບ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ແລະ ທີ່ປຶກສາ ແຫ່ງລັດ ແລະ ລັດຖະມົນຕີການຕ່າງປະເທດ ສປ.ຈີນ.

ຂ່າວ-ພາບ: ກົມຂ່າວ
 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.