Header Ads

ເຈົ້າແຂວງໄຊຍະບູລີ ລົງສຳຫຼວດຄວາມເສຍຫາຍຂອງບ້ານເຮືອນປະຊາຊົນຈາກລົມພະຍຸ





ໃນວັນທີ 31 ມີນາ ປີນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ລົງຕິດຕາມກວດກາເບິ່ງຄວາມເສຍຫາຍຈາກໄພພິບັດລົມພະຍຸ ທີ່ ບ້ານນາສິງ, ນາຕານ ແລະ ບ້ານນາໂສມໃຫຍ່, ເມືອງພຽງ ແຂວງໄຊຍະບູລີ,


ເຊີ່ງເຫດການດັ່ງກ່າວໄດ້ເກີດຂຶ້ນອັນເນື່ອງມາຈາກມີຝົນຕົກໜັກ ແລະ ລົມພັດແຮງ ໃນຕອນແລງຂອງວັນທີ 30 ມີນານີ້ ເວລາ 4 ໂມງ 30 ນາທີ ໄດ້ເຮັດໃຫ້ລົມພະຍຸດັ່ງກ່າວພັດເອົາເຮືອນຂອງປະຊາຊົນ 3 ບ້ານໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ, ຕາມການລາຍງານຂອງ ທ່ານ ໜູພອນ ໄຊປັນຍາສິດ ຫົວໜ້າຂະແໜງສັງຄົມສົງເຄາະ ພະແນກ ຮສສ ໄດ້ໃຫ້ຮູ້ວ່າ: ໄດ້ມີເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ເປ່ເພຈຳນວນ 272 ຫຼັງ, ສັດລ້ຽງ ແລະ ພາຫະນະຈຳນວນໜຶ່ງ.



ທ່ານ ໜູພອນຍັງໃຫ້ຮູ້ຕື່ມອີກວ່າໃນວັນດຽວກັນກໍ່ມີລົມພະຍຸພັດເຮືອນຂອງປະຊາຊົນຢູ່ ເມືອງບໍ່ແຕນ ແລະ ເມືອງ ທົ່ງມີໄຊ, ເຮັດໃຫ້ເຮືອນເປ່ເພຈຳນວນ 5 ຫຼັງ, ລວມທັງໝົດ 3 ເມືອງທີ່ໄດ້ຮັບຜົນກະທົບ ຈຳນວນ 277 ຫຼັງຄາເຮືອນ, ຜົນຂອງການເສຍຫາຍຕາມການເອົາຂໍ້ມູນເບື້ອງຕົ້ນແມ່ນ 1 ຕື້ກວ່າກີບ, ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງ ກໍ່ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງເມືອງ ຈົ່ງເລັ່ງເກັບກຳຂໍ້ມູນຄວາມເສຍຫາຍຕົວຈິງ, ເພື່ອຈະໄດ້ລາຍງານໃຫ້ທາງຂັ້ນເທິງໄດ້ຮັບຮູ້, ເພື່ອຈະໄດ້ຄົ້ນຄົ້ວ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນໃນຂັ້ນຕໍ່ໄປ.






ພາບ ແລະ ຂ່າວ: ແຂວງໄຊຍະບູລີ (ມີເດຍລາວ)
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.