Header Ads

ເຕືອນໄພມິດຊາຊີບ ! ສ້າງ BCEL ONE ປອມຫວັງລວງເອົາຂໍ້ມູນຜູ້ໃຊ້ຈິງ ແລ້ວດຶງເງິນອອກຈາກລະບົບ





ເຊື່ອວ່າຫຼາຍທ່ານອາດເຫັນໂພສການໂຄສະນາຊວນເຊື່ອລັກສະນະແບບນີ້ຜ່ານສື່ສັງຄົມອອນລາຍຜ່ານຕາມາແລ້ວ  ພ້ອມກັບມີຄົນຈໍານວນໜຶ່ງຫຼົງແຊຣ ຫຼື ອາດຈະກົດເຂົ້າໄປເຮັດທຸລະກໍາການເງິນມາແລ້ວເພື່ອຫວັງລາງວັນທີ່ມິດຊາຊີບວາງກັບດັກໄວ້ລວງເອົາຂໍ້ມູນຢູ່ປາຍທາງ. ຮູບແບບຂອງມິດຊາຊີບກຸ່ມນີ້ຈະເຮັດເປັນລັກສະນະວ່າເປັນການໂຄສະນາຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເນື່ອງໃນໂອກາດພິເສດເພື່ອລໍ້ໃຫ້ຄົນທີ່ຫຼົງເຊື່ອກົດເຂົ້າໄປເວບໄຊທປອມທີ່ມີໜ້າຕາຄ້າຍຄືກັບຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ  ແລ້ວໃຫ້ຕື່ມຂໍ້ມູນຂອງຜູ້ໃຊ້ບັດໃສ່. ຖ້າທ່ານໃດປະກົດເຫັນເວບໄຊທ (URL) www.bcel.ml ແບບນີ້ ຫຼື ເປັນເພຈທີ່ບໍ່ແມ່ນຂອງທາງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ  ຫ້າມເດັດຂາວບໍ່ໃຫ້ກົດເຂົ້າໄປເພື່ອເຮັດທຸລະກໍາໃດໆ ເພາະມັນແມ່ນເວບໄຊທ (URL)  ຂອງກຸ່ມມິດຊາຊີບທີ່ເຮັດຂື້ນມາເພື່ອດູດຂໍ້ມູນຜູ້ໃຊ້ BCEL One ຈິ່ງ  ເຊິ່ງບໍ່ສະເພາະແຕ່ ເວບໄຊທ (URL) ລັກສະນະແບບທີ່ກ່າວໄວ້ຈໍຂ້າງເທິງເທົ່ານັ້ນອາດມີຮູບແບບ ແລະ ຊື່ອື່ນໆອີກ.

ສໍາລັບເວບໄຊທ (URL) ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນຕ້ອງເປັນ http://bcel.com.la/ ເທົ່ານັ້ນ . ສ່ວນເວບໄຊທ (URL) ຊື່ອື່ນໆຖືເປັນການແອບບອ້າງ.

ນີ້ແມ່ນຂໍ້ມູນປອມທີ່ປະກົດເຫັນໃນສື່ສັງຄົມອອນລາຍ:






ໝາຍເຫດ: ຖ້າທ່ານເຫັນແບບນີ້ ຢ່າຫຼົງເຊື່ອກົດເຂົ້າໄປເຮັດທຸລະກໍາການເງິນ ຫຼື ຕື່ມຂໍ້ມູນລະຫັດບັດຂອງທ່ານເດັດຂາດ. ກໍລະນິບໍ່ແນ່ໃຈ ໃຫ້ເຂົ້າໄປຫາພະນັກງານສາຂາຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເປັນການດີທີສຸດ. 


© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.