Header Ads

ປະທານປະເທດຫວຽດນາມຕ້ອນຮັບນາຍົກທອງລຸນ






ຕອນເຊົ້າວັນທີ 30 ມີນາ ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS 6) ແລະ ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10).



ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຢືນຢັນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ແລະ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສຸດຈິດສຸດໃຈສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາ ສປປ ລາວ.





ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີຄວາມເຊື່ອໝັ້ນວ່າ ໂດຍເສີມຂະຫຍາຍບັນດາຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 ຜ່ານມາ, ປີ 2018 ຈະແມ່ນປີທີ່ມີຄວາມສະດວກ ເພື່ອໃຫ້ 2 ປະເທດຮັດແໜ້ນ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ດ້ວຍບາດກ້າວພັດທະນາໃໝ່ຫລາຍຢ່າງ. 

ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ສະເໜີ 2 ຝ່າຍຈົ່ງຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການຮ່ວມມືເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ເປັນຕົ້ນແມ່ນໃນຂົງເຂດຄົມມະນາຄົມ - ຂົນສົ່ງ, ພະລັງງານ, ເອົາໃຈໃສ່ເປັນພິເສດເຖິງບັນດາໂຄງການຈຸດສຸມ, ພ້ອມທັງ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ.



ພາບ ແລະ ຂ່າວ:VOV WORLD
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.