Header Ads

ແຈ້ງການເພີ້ມເຕີມ ການປ່ຽນແປງສະຖານທີ່ຂາຍຊອງ, ເບິ່ງລົດ ແລະ ເປີດຊອງປະມູນຂາຍລົດຮັບແຂກລັດຖະບານ




ເຖິງ  : ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ.
ເລື່ອງ: ການປ່ຽນແປງສະຖານທີ່ຂາຍຊອງ, ເບິ່ງລົດ ແລະ ເປີດຊອງປະມູນຂາຍລົດຮັບແຂກລັັດຖະບານ.

ຄະນະຮັບຜິດຊອບການປະມູນ ຂໍຖືເປັນກຽດແຈ້ງມາຍັງທ່ານຜູ້ທີ່ສົນໃຈ ເຂົ້າຮ່ວມການປະມູນຊື້ລົດຮັບແຂກລັດຖະບານ ຕາມແຈ້ງການ ສະບັບເລກທີ 0902/ກງ, ລົງວັນທີ 21 ມີນາ 2018 ຊາບວ່າ: ການຂາຍຊອງ, ເບິ່ງລົດ ແລະ ເປີດຊອງປະມູນ ຈະໄດ້ປ່ຽນສະຖານທີ່ຈາກກະຊວງການເງິນ ໄປຈັດຢູ່ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6), ເນື່ອງຈາກວ່າຢູ່ຫໍປະຊຸມແຫ່ງຊາດ ມີສະຖານທີ່ກວ້າງຂວາງ, ມີຄວາມເໝາະສົມ ແລະ ສະດວກໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ທີ່ມາພົວພັນເບິ່ງລົດ, ຊື້ຊອງ ແລະ ເຂົ້າຮ່ວມການປະມູນ.

ສໍາລັບ​ວັນ, ເວລາ ຂາຍຊອງປະມູນ: ວັນທີ 26/03-05/04/2018. (ວັນ, ເວລາລັດຖະການ) ແລະ ວັນ, ເວລາ ເປີດຊອງປະມູນ: ວັນທີ 06/04/2018, ເວລາ 14:00 ໂມງ.
- ຕິດຕໍ່ພົວພັນເບິ່ງລົດ ໂທລະສັບ: 020 5551 3306; 020 99992142.
- ຕິດຕໍ່ພົວພັນຊື້ຊອງປະມູນ ໂທລະສັບ: 020 29452995; 020 2888 9234.


ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.