ໄຟໄໝ້ເຮືອນປະຊາຊົນກ້ຽງໝົດຫຼັງ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ
ແຂວງຄໍາມ່ວນ: ອີງຕາມການລາຍງານຈາກໜ່ວຍກູ້ໄພ ແຂວງຄໍາມ່ວນວ່າ: ເວລາ ປະມານ 7:45 ນາທີ ວັນທີ 30 ມີນາ 2018 ໄດ້ຮັບແຈ້ງເຫດໄຟໄໝ້ ທີ່ບ້ານໂພນສະອາດ ເມືອງທ່າແຂກ, ແຂວງຄໍາມ່ວນ ທີ່ເກີດເຫດພົບເຫັນ ໄຟໄໝ້ເຮືອນໄມ້ສອງຊັ້ນຮຸນແຮງ (ຊັ້ນລຸ່ມເປັນດິນ ແລະ ຊັ້ນເທິງເປັນໄມ້) ແລະ ລຸກລາມໄໝ້ທົ່ວທັງຫຼັງ ຈົນບໍ່ສາມາດດັບໄຟໄດ້.
ຕາມການບອກເລົ່າຂອງຊາວບ້ານທີ່ຢູ່ໃຫ້ຄຽງບອກວ່າ: ໄດ້ມີສຽງແຕກພາຍໃນເຮືອນແລ້ວໄຟໄດ້ລຸກໄໝ້ຢ່າງໄວ ແລ້ວໄດ້ໂທຫາໜ່ວຍກູ້ໄພ ແລ້ວໜ່ວຍກູ້ໄພຈຶ່ງປະສານງານຫາເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພອອກມາເພື່ອທຳການດັບໄຟ. ຂໍ້ມູນເພີ່ມເຕີມວ່າ ເວລາເກີດເຫດນັ້ນເຈົ້າເຮືອນບໍ່ຢູ່ ແຕ່ກໍໂຊກດີບໍ່ມີໃຜໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກເຫດອັກຄີໄຟດັ່ງກ່າວ.
ພາບ ແລະ ຂ່າວ: ໜ່ວຍກູ້ໄພ ແຂວງຄໍາມ່ວນ
___________
Post a Comment