Header Ads

ຈນວ ອອກຄຳສັ່ງ ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍໃນການຈັດງານສົ່ງທ້າຍປີເກົ່າ ພສ 2560 ແລະ ຕ້ອນຮັບປີໃໝ່ ພສ 2561 ຢູ່ ນຈ






ເຈົ້າຄອງນະຄອນຫຼວງວຽງຈັນອອກຄໍາສັ່ງ ເລກທີ່ 0002/ຈນວ  ລົງວັນທີ  21 ມີນາ 2018 ວ່າດ້ວຍ : ການຮັກສາຄວາມເປັນລະບຽບຮຽບຮ້ອຍໃນການຈັດງານສົ່ງທ້າຍປີເກົ່າ ພສ 2560 ແລະ ຕ້ອນຮັບປີໃໝ່ ພສ 2561 ຢູ່ນະຄອນຫລວງວຽງຈັນ ເຊິ່ງເນື້ອໃນປະກອບດ້ວຍ: 






1. ໃຫ້ທົ່ວນະຄອນຫຼວງວຽງຈັນ ຈັດງານສົ່ງທ້າຍປີເກົ່າ ພສ 2560 (ປີລະກາ) ແລະ ຕ້ອນຮັບປີໃໜ່ ພສ  2561 (ປີຈໍ) ຢ່າງເປັນເອກະພາບໃນຂອບເຂດທົ່ວນະຄອນຫຼວງຕາມປະເພນີ ແລະ ນະໂຍບາຍລັດຖະບານ.

2. ການສະເຫຼີມສະຫຼອງບຸນປີໃໝ່ ແມ່ນໃຫ້ສົ່ງເສີມວັດທະນາທໍາຮີດຄອງປະເພນີອັນດີງານຂອງຊາດລາວເຮົາຄື: ກນພົບປະສັງສັນ ແລະ ບາສີສູຂັວນໃນຄອບຄົວ ຫຼື ການຈັດຕັ້ງ, ການຫົດນໍ້າອວຍພອນໄຊໃຫ້ປູ້ອາວຸດໂສ ຊື່ງກັນ ແລະ ກັນ, ການເຂົ້າວັດຫົດສົງພະພຸດທະຮູບ, ຕົບພະທາດຊາຍ ແລະ ກິດຈະກໍາປິ່ນອ້ອມອື່ນໆ ທີ່ມີຄຸນປະໂຫຍດ ແລະ ມີຄວາມສາມາດຄວບຄຸມ, ຢັບຢັ້ງ ແລະ ຫຼີ້ກລ້ຽງສິ່ງອັບປະມຸງຄຸນບໍ່ໃຫ້ເກີດຂື້ນເຊັ່ນ: ອັກຄີໄຟ, ສຽງແຕກ, ຕົວະຍົວະ, ອາລະວາດຕິກັນ , ມືນເມົາ ແລະ ອຸບັດຕິເຫດ.



3. ສະຖານທີ່ຈັດງານສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ໃຫ້ຈັດຢູ່ຕາມເຮືອນ, ສະໂມສອນຂອງບ້ານ, ສໍານັກງານ, ໂຮງານ,​ວັດວາອາຮາມ,​ສວນວັດທະນາທໍາ,​ຫາດຊາຍ ຕາມແມ່ນໍ້າງື່ມ ແລະ ແມ່ນໍ້າຂອງ ທີ່ມີເງື່ອນໄຂຄົບຖ້ວນ. ສໍາລັບສະຖານທີ່ ທີ່ອົງການປົກຄອງນະຄອນຫຼວງຮັບຜິດຊອບ ແມ່ນໃຫ້ຈັດໃສ່ຄຸ້ມຕົວເມືອງເກົ່າ,​ຕາມຖະໜົນເສດຖາທິລາດ ຫາເຈົ້າຟ້າງຸ່ມ ແລະ ບໍລິເວນຫາດດອນຈັນ.​ສໍາລັບເວລາຫົດສົງນໍ້າມວນຊົນ ໃຊ້ເວລາ 3 ວັນຄື: ວັນທີ 14,15,16 ເມສາ 2018


4. ໃຫ້ທຸກຄົນປະຕິບັດ 4 ຂໍ້ຫ້າມໃນຫານຫຼິ້ນບຸນປີໃໝ່ ດັ່ງລຸ່ມນີ້:
4.1. ຫ້າມຜູ້ດື່ມທາດເຫຼົ້າ ແລະ ເສບຕິດມຶນເມົາຂັບລົດ, ຜູ້ຂັບລົດ ບໍ່ໃຫ້ດື່ມເຫຼົ້າ ແລະ ເສບຕິດມຶນເມົາ
4.2. ຫ້າມໃຊ້ຂອງແຂວງ, ສິ່ງເປີະເປື້ອນ ແລະ  ລາມົກອານາຈານໃນງານ: ນໍ້າສີ, ນໍ້າເປື້ອນ,​ນໍ້າຄັນ, ແກວ່ງຖົງນໍ້າ, ແກວ່ງນໍ້າກ້ອນໃສ່ກັນ, ນຸ່ງເຄື່ອງໂປ້, ເປືອຍເຂົ້າວັດ ແລະ ສະຖານທີ່ຊຸມຊົນ
4.3. ຫ້າມຕັນທາງສັນຈອນຕາມເສັ້ນທາງ
4.4. ຫ້າມໃຊ້ສຽງດັງ ແລະ ສຽງແຕກເກີນຂອບເຂດ: ໝາກກະໂພກ, ເປີດສຽງດົນຕີເນື່ອງນັນກວນຜູ້ອື່ນກາຍສະຖານທີ່ຕົນເອງ ແລະ ການກໍານົດເວລາ


5. ມາດຕະການຈັດຕັ້ງປະຕິບັດ
5.1. ມອບໃຫ້ທ່ານເຈົ້າເມືອງ, ຫົວໜ້າພະແນກການ-ອົງການທຽບເທົ່າ,​ກອງບັນຊາການ, ປກຊ-ປກສນະຄອນຫຼວງວຽງຈັນ  ແລະ ທ່ານຫົວໜ້າຫ້ອງການກະຊວງ-ອົງການທຽບເທົ່າຂອງສູນກາງພັກ ອໍານວຍຄວາມສະດວກຄວບຄຸມການຈັດຕັ້ງປະຕິບັດ ແລະ ເຜີນແຜ່ຄໍາສັ່ງນີ້ໃຫ້ພະນັກງານ, ທະຫານ,​ຕໍາຫຼວດ, ກໍາມະກອນ,ນັກຮຽນ,​ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນ ຊາວນະຄອນຫຼວງວຽງຈັນ ທຸກຊັ້ນຄົນ ແລະ ຈົ່ງຮັບຮູ້ ແລະ ຮ່ວມມືປະຕິບັດຢ່າງດີ; ທຸກພາກສ່ວນຕ້ອງໃຫ້ຄໍາໝັ້ນສັນຍາຮ່ວມກັນປະຕິບັດ 4 ຂໍ້ຫ້າມຕາມຄໍາສັ່ງສະບັບນີ້.

5.2. ໃຫ້ຈັດຕັ້ງຄະນະຮັບຜິດຊອບ.​ມີຜູ້ປະຈໍາການ ເປັນທາງການ ແລະ ເພີ່ມທະວີລະບົບປະສານງານ ແກ້ໄຂບັນຫາຕ່າງໝໄດ້ຢ່າງທັນການ.


6. ຄໍາສັງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບນູ້ ແລະ ພ້ອມກັນຈັດຕັ້ງປະຕິບັກໃຫ້ປະກົດຜົນເປັນຈິງ.






© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.