Header Ads

ລັດຖະມົນຕີກະຊວງແຮງງານ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສາກົນລະດັບສູງ







ກອງປະຊຸມສາກົນລະດັບສູງ ກ່ຽວກັບການຫ້າມການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍຂອງເດັກ ດ້ວຍການລົງໂທດ ຄັ້ງທີ 3 ໄດ້ໄຂຢ່າງເປັນທາງການ ຂື້ນທີ່ ເມືອງ ວາເລັດຕ້າ, ປະເທດ ມາຕ້າ,ໃນລະຫວ່າງວັນທີ 31 ພຶດສະພາ- 1 ມິຖຸນາ 2018ນີ້, ໂດຍເປັນກຽດກ່າວເປີດ ໂດຍ ພະນະທ່ານ ນ. ມາລີ ລູອິດ ຄໍລີໂລ ພຣີຊາ (Marie-Louise Coleiro Preca) ປະທານນາທິບໍດີ ແຫ່ງ ສາທາລະນະລັດ ມໍຕ້າ, ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາ 36 ປະເທດ, ໃນນັ້ນຕາງໜ້າ ສປປ ລາວ ນຳໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມຄະນະ .

ກອງປະຊຸມດັ່ງກ່າວ ທ່ານ ດຣ. ມີແຊນ ຟາຊອນ (Michael Falzon) ລັດຖະມົນຕີກະຊວງຄອບຄົວ, ສິດທິເດັກ ແລະ ສັງຄົມ ໄດ້ມີຄວາມເຫັນເຖິງຄວາມຄືບໜ້າ ແລະ ຄວາມສໍາຄັນການຈັດຕັ້ງປະຕິບັດວຽກງານສິດທິເດັກຢູ່ ມໍຕ້າ ໂດຍສະເພາະແມ່ນການຫ້າມການທໍາຮ້າຍຮ່າງກາຍເດັກດ້ວຍການລົງໂທດ.



ກອງປະຊຸມຄັ້ງໄດ້ນີ້ຍັງໄດ້ພ້ອມກັນປຶກສາຫາລືເປັນແຕ່ລະບັນຫາ ເຊັ່ນ ບົດຮຽນ ແລະ ສິ່ງທ້າທາຍ ລະດັບຊາດ ຕໍ່ປະສິດທິຜົນໃນການຕອບໂຕ້ການຫ້າມການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍຂອງເດັກດ້ວຍການລົງ ໂທດ; ບົດຮຽນ ແລະ ສິ່ງທ້າທາຍຂອງອົງການຈັດຕັ້ງສາກົນຕໍ່ປະສິດທິຜົນໃນການຕອບໂຕ້ການຫ້າມການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍຂອງເດັກດ້ວຍການລົງໂທດ; ການສ້າງຄວາມອາດສາມາດ ແລະ ວິທີການແນະນຳ ສຳລັບພະນັກງານທີ່ເຮັດວຽກ ກ່ຽວກັບ ເດັກ; ການໂຄສະນາປູກຈິດສຳນຶກ ແລະ ການປຸກລະດົມໃຫ້ສັງຄົມມີສ່ວນຮ່ວມ; ການກຳນົດບູລິມະສິດການປ້ອງກັນ ແລະ ເຊື່ອມສານເຂົ້າໃນນະໂຍບາຍແຫ່ງຊາດ.ໂດຍສະເພາະການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030, ເປົ້າໝາຍທີ 16.2 ໄດ້ລະບຸວ່າຍົກເລີກການຂົ່ມຂູ່, ການຂູດຮີດ, ການໃຊ້ຄວາມຮຸນແຮງທຸກຮູບແບບ ແລະ ການທໍລະມານເດັກ.



ເນື່ອງໃນໂອກາດທີ່ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງນີ້, ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຄະນະຜູ້ແທນ ສປປ ລາວ, ໄດ້ສະແດງ ຄວາມຄິດຄວາມເຫັນ ແລະ ແລກປ່ຽນປະສົບການຂອງ ສປປ ລາວ ເຊິ່ງ ທ່ານໄດ້ກ່າວວ່າ: ສປປ ລາວ ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດສົນທີສັນຍາທີ່ໄດ້ໃຫ້ສັດຕະຍາບັນ ເຊັ່ນ ສົນທີສັນຍາວ່າດ້ວຍ ວ່າດ້ວຍສິດທິເດັກ, ສົນທິສັນຍາ ວ່າດ້ວຍ ການຕ້ານການຈຳແນກ ແລະ ການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນທຸກຮູບແບບ, ໄດ້ຈັດຕັ້ງຜັນຂະຫຍາຍເຂົ້າສູ່ນິຕິກຳ, ໂຄງການ ແລະແຜນງານແຫ່ງຊາດ ເຊັ່ນ ກົດໝາຍ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ, ກົດໝາຍ ວ່າດ້ວຍ ແຮງງານ, ກົດໝາຍວ່າດ້ວຍ ການພັດທະນາ ແລະປົກປ້ອງແມ່ຍິງ. ຄຽງຄູ່ກັນນັ້ນ, ຄະນະກຳມະການແຫ່ງຊາດ ໄດ້ສ້າງແຜນປະຕິບັດງານ ກ່ຽວກັບ ແມ່ຍິງ ແລະ ເດັກນ້ອຍ ແລະ ການລົບລ້າງການນຳໃຊ້ແຮງງານ.ວຽກງານການຫ້າມການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍຂອງເດັກດ້ວຍການລົງໂທດ ແມ່ນພົວພັນເຖິງຫຼາຍພາກສ່ວນຂະແໜງການ ແລະ ເຊື່ອມສານກັບບັນດາວຽກງານຕ່າງໆ. ສປປ ລາວ ຍັງມີສິງທ້າທາຍ ທາງດ້ານງົບປະມານ ແລະ ຄວາມອາດສາມາດ ໃນການຈັດຕັ້ງປະຕິບັດການລົບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ. ສະນັ້ນ, ທ່ານລັດຖະມົນຕີຍັງໄດ້ສະເໜີ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃຫ້ການຮ່ວມມື ແລະ ຊ່ວຍເຫຼືອແກ່ພວກ ຂ້າພະເຈົ້າດ້ວຍ. 



ທ່ານ ປອ. ຄຳແພງ ໄຊສົມແພງ ຍັງໄດ້ກ່າວຕື່ມອີກວ່າ: ສປປ ລາວ ໄດ້ມີການຈັດຕັ້ງປະຕິບັດການປູກຈິດສໍານຶກທາງສິດທິເດັກ, ການໂຄສະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນັບແຕ່ສູນກາງຈົນຮອດທ້ອງຖິ່ນ, ການໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ ກ່ຽວກັບ ບໍ່ໃຫ້ຄູອາຈານທີ່ສອນເດັກນ້ອຍຢູ່ໂຮງຮຽນ ໃຊ້ຄວາມຮຸນແຮງຕໍ່ຮ່າງກາຍເດັກນັກຮຽນ, ການສ້າງຕາໜ້າງປົກປ້ອງເດັກຢູ່ບັນຂັ້ນບ້ານ ແລະ ພ້ອມທັງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ອໍານາດການປົກຄອງ ແລະ ພໍ່ແມ່ຂອງເດັກໃຫ້ມີຄວາມເຂົ້າໃຈນຳອີກ.

ພ້ອມນີ້ ກອງປະຊຸມດັ່ງກ່າວ ຍັງໄດ້ພ້ອມກັນຮັບຮອງ ແລະ ລົງນາມໃນຖະແຫຼງການສະໜັບສະໜູນຂອງກອງປະຊຸມ ວ່າດ້ວຍ ການຫ້າມການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍຂອງເດັກດ້ວຍການລົງໂທດ ເພື່ອເປັທິດທາງໃນການຮ່ວມມືເພື່ອຈັດຕັ້ງປະຕິບັດຢູ່ໃນແຕ່ລະປະເທດ ນຳອີກ.


ຂໍ້ມູນຄະນະຕິດຕາມ, ຂ່າວ: ເພັດສະໄໝ  (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.