ລັດຖະບານໃຫ້ຄວາມສຳຄັນໃນການຊຸກຍູ້ພັດທະນາ ແລະ ສົ່ງເສີມເດັກນ້ອຍລາວ
ອີງຕາມການລາຍງານຂອງ ນສພ ວຽງຈັນໃຫ່ມ ວ່າ : ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ 2018 ເຜີຍແຜ່ແຜນບຸລິມະສິດຫຼາຍຂະ ແໜງການໃນການແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ເວທີຂອງເດັກຂອງ ສປປ ລາວ ຈັດຂຶ້ນວັນທີ 31 ພຶດສະພາ 2018 ທີ່ຫໍວັດທະນະທຳແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບເດັກ ປະຈຳລາວ ຕະຫຼອດຮອດບັນດາຮອງລັດຖະມົນຕີ ຮອງປະທານອົງການ ກະຊວງ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງທາງສັງຄົມ ຄູ-ອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນອ້ອມຂ້າງ ນະຄອນຫຼວງວຽງຈັນ 600 ຄົນ.
ວັນເດັກນ້ອຍສາກົນແມ່ນເຫດການໜຶ່ງທີ່ມີຄວາມໝາຍ ແນໃສ່ບັນລຸໃຫ້ໄດ້ຈຸດປະສົງ ທັງປົກປ້ອງ ແລະ ສັນລະເສີນເດັກໃນທົ່ວໂລກ ຍ້ອນເຫັນໄດ້ຄວາມສຳຄັນຂອງເດັກທີ່ເປັນໜໍ່ແໜງແຫ່ງຊີວິດໃນມື້ນີ້ ເພື່ອກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ ບັນດາປະຊາຊາດໃນທົ່ວໂລກຈຶ່ງໄດ້ມີການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນປີ 2014 ສູນສະຖິຕິແຫ່ງຊາດ ແລະ ຄະນະກຳມາທິການແຫ່ງຊາດເພື່ອແມ່ ແລະ ເດັກ (ປັດຈຸບັນ ຄຊກມດ) ໄດ້ດຳເນີນການສຳຫຼວດລະດັບຊາດກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ເດັກເປັນຄັ້ງທຳອິດຢູ່ ສປປ ລາວ ເພື່ອໃຫ້ຮູ້ບັນຫາ ແລະ ຊອກວິທີການແກ້ໄຂ ໃນການໃຊ້ຄວາມຮຸນແຮງຕໍ່ເດັກ ເຊິ່ງການສຳຫຼວດໄດ້ໃຫ້ການຄາດຄະເນກ່ຽວກັບອັດຕາສ່ວນຄວາມຮຸນແຮງທາງຮ່າງກາຍ ທາງຈິດໃຈ ແລະ ທາງເພດຕໍ່ເດັກ ການໃຫ້ຂໍ້ມູນກ່ຽວກັບເງື່ອນໄຂສະພາບແວດລ້ອມທີ່ມີຄວາມຮຸນແຮງຕໍ່ເດັກທີ່ເກີດຂຶ້ນ ພ້ອມນັ້ນ ຜົນຂອງການສຳຫຼວດຊີ້ໃຫ້ເຫັນວ່າ ຍັງມີຫຼາຍສິ່ງທີ່ສາມາດດຳເນີນການໄດ້ ແລະ ຄວນດຳເນີນການຕື່ມອີກ ເພື່ອປົກປ້ອງບັນຫາຄວາມຮຸນແຮງຕໍ່ເດັກໃນ ສປປ ລາວ ແນໃສ່ຮັບປະກັນວ່າ ເດັກທຸກຄົນທີ່ປະສົບຄວາມຮຸນແຮງໄດ້ຮັບການປະສານຊ່ວຍເຫຼືອສົ່ງຕໍ່ຢ່າງທັນການ ສາມາດເຂົ້າເຖິງການຊ່ວຍເຫຼືອທີ່ມີຄຸນະພາບສູງ ແລະ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ຈະເຮັດໃຫ້ມີການໃຊ້ຄວາມຮຸນແຮງຊ້ຳອີກ ຫຼື ເກີດຮ້າຍແຮງກວ່າເກົ່າ ນອກນີ້ ບົດລາຍງານດັ່ງກ່າວຍັງໄດ້ໃຫ້ຂໍ້ສະເໜີແນະທີ່ມີລັກສະນະກວ້າງຂວາງກ່ຽວເນື່ອງກັນ ເພື່ອຊ່ວຍ ສປປ ລາວ ໃນການແກ້ໄຂບັນຫາຄວາມຮຸນແຮງຕໍ່ເດັກຢ່າງມີປະສິດທິຜົນໃນແຕ່ລະໄລຍະ ຄື: ໄລຍະສັ້ນ ໄລຍະກາງ ແລະ ໄລຍະຍາວ.
ເພື່ອເປັນການປົກປ້ອງ ແລະ ຊ່ວຍເຫຼືອເດັກໃນ ສປປ ລາວ ຈາກການໃຊ້ຄວາມຮຸນແຮງ ທັງເປັນການຊຸກຍູ້ສົ່ງເສີມໃຫ້ເດັກໄດ້ຮັບການພັດທະນາ ກໍ່ຄື ເປັນການປະຕິບັດຕາມຂໍ້ສະເໜີແນະຂອງການສຳຫຼວດ ຄຊກມດ ໄດ້ສ້າງແຜນຮ່ວມມືຫຼາຍຂະແໜງການທີ່ກຳນົດບັນດາບຸລິມະສິດ ເພື່ອແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກໃນລາວ ບັນດາບຸລິມະສິດເຫຼົ່ານັ້ນໄດ້ຮັບການປຶກສາ ແລະ ເຫັນດີເປັນເອກະພາບກັນລະຫວ່າງຂະແໜງການກ່ຽວຂ້ອງພາກລັດ ເຊິ່ງໄດ້ສອດຄ່ອງ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ວ່າດ້ວຍການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄວາມຮຸນແຮງຕໍ່ເດັກ ໄລຍະປີ 2014-2020 ກໍ່ຄື ການຈັດຕັ້ງປະຕິບັດບັນດາຍຸດທະສາດນະໂຍບາຍ ເຄື່ອງມືທາງດ້ານລະບຽບກົດໝາຍອື່ນໆຂອງປະເທດ ການດຳເນີນດັ່ງກ່າວຍັງຊ່ວຍ ສປປ ລາວ ໃນການປະຕິບັດພັນທະສາກົນຂອງຕົນ ເພື່ອສົ່ງເສີມສິດທິເດັກແຕ່ລະຄົນ ໂດຍສອດຄ່ອງກັບສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຕ່າງໆທີ່ກ່ຽວຂ້ອງກັບຄວາມຮຸນແຮງ
ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນວ່າ: ລັດຖະບານລາວຍາມໃດກໍ່ໄດ້ໃຫ້ຄວາມສຳຄັນເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້ພັດທະນາ ແລະ ສົ່ງເສີມເດັກນ້ອຍລາວໃຫ້ເຕີບໃຫຍ່ໃນສະພາບແວດລ້ອມທີ່ມີຄວາມປອດໄພ ໄດ້ຮັບການສຶກສາ ແລະ ການບໍລິການສຸຂະພາບໃນພື້ນຖານທີ່ດີ ເພື່ອບັນລຸຈຸດປະສົງ ແລະ ເປົ້າ ໝາຍກຳນົດໄວ້ ລັດຖະບານໄດ້ກຳນົດແນວທາງນະໂຍບາຍ ນິຕິກຳ ພ້ອມຈັດສັນງົບປະມານຈຳນວນໜຶ່ງ ໂດຍມອບໃຫ້ຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການຮ່ວມໂຄສະນາ ເຜີຍແຜ່ ການປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ ການຄ້າ-ຂາຍປະເວນີ ແລະ ການໃຊ້ຄວາມຮຸນແຮງຕໍ່ເດັກ.
ພາບ ແລະ ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment