Header Ads

ໄຊນາດ ຮອນບິລ ຄວ້າໂຕ​ "ເມດ​ຊີ​ລາວ​" ສຸກອາພອນ ວົງຈຽງຄຳ ກອງ​ກາງ​ທີມ​ຊາດ​ລາວ​ ມາ​ຮ່ວມ​ທັບສູ້ເສິກໄທລິກ 2019 ທີ່ກໍາລັງຈະເປີດລະດູການ



ໃນວັນທີ 18 ທັນວາ : ສະໂມສອນ ໄຊນາດ ຮອນບິລ (Chainat Hornbill)​ ມີພິທີເຊັນສັນຍາ ຄວ້າໂຕ​ "ເມດ​ຊີ​ລາວ​" ສຸກອາພອນ ວົງຈຽງຄຳ ກອງ​ກາງ​ທີມ​ຊາດ​ລາວ​ ມາ​ຮ່ວມ​ທັບ​ "ເຮຍ​ຣຸດ​” ກັບສັນຍາໜື່ງປີ ພ້ອມເງີນເດືອນ100,000 ບາດຕໍ່ເດື່ອນ 26 ລ້ານກ່າວກີບ) ເຊິ່ງຂ່າວວົງໃນຈາກສະໂມສອນວ່າຈະ​ມີ​ແຄ່ງ​ອາ​ຊຽນ​ຕາມ​ມາ​ອີກ​ຫຼາຍ.





ສໍາລັບການຄວ້າໂຕ ເມດຊີລາວ ຫຼື ສຸກອາພອນ ວົງຈຽງຄຳ ກອງກາງໄວ 26 ປີ ດີກຣີທີມຊາດລາວຮ່ວມທີມແມ່ນນອນຢູ່ໃນແຜນການກຽມຄວາມພ້ອມໄທລິກ 2019 ແລະ ເສີມທັບນັກແຕະພາຍໃນສະໂມສອນ ເພື່ອມາເສີມສ້າງຄວາມແຮງເຂັ້ມແຂງຂອງທີມ ກ່ອນລະດູການໄທລິກ 2019 ຈະເລີມເປີດຢ່າງເປັນທາງການ. 


ສຸກອາພອນ ວົງຈຽງຄຳ ປັດຈຸບັນ​ອາ​ຍຸ​ 26 ປີ​ ມີ​ສ່ວນ​ສູງ​ພຽງ​ 155 ຊັງຕີແມັດ​ ແຕ່​ເຕັມ​ໄປ​ດ້ວຍ​ທັກ​ສະ​ ແລະ ​ເຕັກ​ນິກ​ຫຼວງ​ຫຼາຍ​ ຈົນ​ໄດ້ຮັບ​ສາ​ຍາ​ຈາກ​ແຟນ​ບານ​ວ່າ​  "ເມດ​ຊີລາວ​" ເຊິ່ງປະສົບການຜ່ານມາ​ເຄີຍ​ຄ້າ​ແຄ່ງ​ມາ​ແລ້ວ​ຫຼາຍ​ທີມ​ ທັງ​ໃນ​ລາວ​ ແລະ​ ໃນ​ໄທ​ ເປັນຕົ້ຈແມ່ນ :​ EZRA FOOTBALL CLUB, ບີ​ອີ​ຊີ​ ເທ​ໂຣ​ສາສະນະ​, ກຣະ​ບີ່​ ເອ​ຟ​ຊີ​, ພິດສະ​ນຸ​ໂລກ​ ເອ​ຟ​ຊີ​, ກັລຟ໌​ ສ​ະຣະ​ບຸ​ຣີ​, ລ້ານ​ຊ້າງ​ ຢູ​ໄນ​ເຕັດ​, ວຽງ​ຈັນ​ ຢູ​ໄນ​ເຕັດ​ ແລະ ຫຼ້າ​ສຸດ​ກັບ​ ສີ​ສະ​ເກດ​ ເອ​ຟ​ຊີ​ ເມື່ອ​ລະດູ​ການ​ທີ່​ຜ່ານມາ​ ກ່ອນທີ່ຈະຕັດສີນໃຈເຊັນສັນຍາຮ່ວມທີມ ໄຊນາດ ຮອນບິລ ໃນມື້ນີ້.


ຈາກຂໍ້ມູນ ໄຊນາດ ຮອນບິລ​ ໄດ້​ຄວ້າ​ໂຕ​ນັກ​ເຕະ​ຕ່າງ​ຊາດ​ມາ​ຮ່ວມ​ທີມ​ແລ້ວ​ 4 ຄົນ​ຄື:​ ເລ​ອັນ​ໂດນ​ ເຣ​ຊິ​ດ້າ​ (ອັນ​ ຊູ​ວາ​ອີ​), ກໍ​​ກ້າ​ ອຸນ​ດ້າ​ ເບ​ລາສ​ໂກ້​ (ອ່າງ​ທອງ​ ເອ​ຟ​ຊີ​), ຄາ​ຊູ​ກິ​ ມຸ​ຣາ​ຄາ​ມິ​ (ອ່າງ​ທອງ​ ເອ​ຟ​ຊີ​) ແລະ​ ສຸກອາພອນ ວົງຈຽງຄຳ (ສີສະ​ເກດ​ ເອ​ຟ​ຊີ​) ແລະ "ເຮຍ​ຣຸດ​” ເອງກໍອອກມາເປີດເຜີຍວ່າທີ່ນັກເຕະອາຊຽນຫຼາຍຄົນສົນໃຈ ມາທົດສອບຝິຕີນທີ່ສະໂມາສອນ ແລະ ສະໂມສອນເອງກໍພ້ອມເປີດໃຫ້ມາເຈົ້າຮ່ວມທີມຖ້າມີຕີນ ແລະ ມີຄວາມສາມາດຕາມເກນສະໂມສອນຕ້ອງການ.


© ໂຕະນໍ້າຊາ | tonamcha.com
___________


Powered by Blogger.