Header Ads

ສປປ.ລາວ ມີຜູ້ຕິດເຊື້ອເອດສທີ່ຍັງມີຊີວິດຢູ່ເຖິງ12.000 ຄົນ



ປັດຈຸບັນ ຢູ່ສປປ.ລາວ ມີຜູ້ຕິດເຊື້ອພະຍາດເອດທີ່ຍັງມີຊີວິດຢູ່ເຖິງປະມານ 12.000 ຄົນ; ໃນຂະນະທີ່ຜູ້ເສຍຊີວິດສະສົມມາຮອດປັດຈຸບັນ ມີ 2.000 ກ່ວາຄົນ. ແຂວງທີ່ມີຜູ້ຕິດເຊື້ອຫລາຍກ່ວາໝູ່ແມ່ນນະຄອນຫລວງວຽງຈັນ, ຮອງລົງມາ ແມ່ນແຂວງ ສະຫວັນນະເຂດ, ຈໍາປາສັກ, ແຂວງວຽງຈັນ, ຄຳມ່ວນ ແລະ ແຂວງອື່ນໆ ຕາມລຳດັບ.


ທ່ານ ທອງແດງ ສີລາກຸນ, ຜູ້ຈັດການຫ້ອງການສະຫະປະຊາຊາດຕ້ານເອດສປະຈຳ ສປປ.ລາວ ໃຫ້ຮູ້ວ່າ: ກຸ່ມເປົ້າໝາຍທີ່ຕິດເຊື້ອພະຍາດເອດສ ຫລາຍກ່ວາໝູ່ ຕົ້ນຕໍ ແມ່ນກຸ່ມຊາຍທີ່ມີເພດສຳພັນກັບຊາຍ, ຊຶ່ງຖືວ່າໜ້າເປັນຫ່ວງຫລາຍ ເພາະທ່າອ່ຽງຂອງຜູ້ຕິດເຊື້ອຂອງກຸ່ມຄົນນີ້ໃນປະຈຸບັນແມ່ນນັບມື້ເພີ່ມຂຶ້ນຫລາຍ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ, ຮອງລົງມາແມ່ນ ກຸ່ມສາວຂາຍບໍລິການທາງເພດ, ກຸ່ມຜູ້ໃຊ້ເຂັມສັກຢາເສບຕິດ ແລະ ກຸ່ມຜູ້ໃຊ້ບໍລິການທາງເພດ. ໃນຈຳນວນຜູ້ຕິດ ເຊື້ອທັງໝົດມີປະມານ 75-77% ທີ່ສາມາດເຂົ້າເຖິງການກວດເລືອດ ແລະ ຮູ້ຕົວວ່າຕິດພະຍາດເອດສ. ນອກນີ້, ຍັງມີອີກປະມານ 47-48% ຂອງຜູ້ຕິດເຊື້ອໃນທົ່ວປະເທດທີ່ເຂົ້າເຖິງການປິ່ນປົວດ້ວຍຢາຕ້ານ (ARV) ເຊີ່ງເປັນຕົວເລກທີ່ຕໍ່າຫລາຍ ຖ້າທຽບໃສ່ປະເທດໃກ້ຄຽງ. ສາເຫດທີ່ເຮັດໃຫ້ຜູ້ຕິດເຊື້ອພະຍາດເອດສ ເຂົ້າເຖີງການບໍລິການປິ່ນປົວ ໄດ້ໜ້ອຍ ລວມມີ 3 ສາເຫດສໍາຄັນ ຄື: ຜູ້ຕິດເຊື້ອສ່ວນຫລາຍບໍ່ຮູ້ວ່າ ຕົນເອງຕິດເຊື້ອ, ເມື່ອເຈັບປ່ວຍໄດ້ດົນແລ້ວ ຈິ່ງເຂົ້າມາຮັບການປິ່ນປົວຢູ່ໂຮງໝໍ, ຈຶ່ງເຮັດໃຫ້ອັດຕາເສຍຊີວິດມີສູງ, ການເຂົ້າເຖິງການບໍລິການປິ່ນປົວ ຫຍຸ້ງຍາກຍ້ອນອາໃສຢູ່ເຂດຫ່າງໄກ ແລະ ທຸກຍາກເຮັດໃຫ້ຂາດງົບປະມານໃຊ້ຈ່າຍໃນການເດີນທາງມາຮັບເອົາຢາປິ່ນປົວຢູ່ຕາມສູນບໍລິການ ປິ່ນປົວຕ່າງໆ, ລວມທັງ ຍ້ອນການຖືກຈຳແນກລັງກຽດຂອງຜູ້ຕິດເຊື້ອເອດສ໌ຈາກຄົນໃນ ສັງຄົມ.




ຜູ້ຈັດການປະຈຳຫ້ອງການສະຫະປະຊາຊາດຕ້ານເອດສ ປະຈຳ ສປປ.ລາວ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ສູນບໍລິການປິ່ນປົວຜູ້ຕິດເຊື້ອພະຍາດເອດສ ຢູ່ລາວມີທັງໝົດ 11 ແຫ່ງ ຄື: ແຂວງ ບໍ່ແກ້ວ ມີ 2 ແຫ່ງ, ຫົວພັນ, ຫລວງນ້ຳທາ, ຫລວງພະບາງ ແຂວງລະ 1 ແຫ່ງ, ນະຄອນຫລວງວຽງຈັນ 3 ແຫ່ງ, ແລະຄຳມ່ວນ, ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ແຂວງລະ 1 ແຫ່ງ. 



ສູນບໍລິການປິ່ນປົວທີ່ມີຢູ່ນີ້ ຍັງມີໜ້ອຍເມື່ອທຽບໃສ່ຄວາມຮຽກຮຽກຕ້ອງການຕົວຈິງຕາມແຜນຍຸດທະສາດການ ປ້ອງກັນ ແລະ ຄວບຄຸມພະຍາດເອດສ ທີ່ກະຊວງ ສາທາລະນະສຸກ ໄດ້ກຳນົດໄວ້ແຕ່ນີ້ຫາປີ 2016-2020. ສ່ວນການປິ່ນປົວດ້ວຍຢາຕ້ານ (ARV) ແລະ ຄ່າກວດບາງຢ່າງຕາມສູນບໍລິການປິ່ນປົວຜູ້ຕິດເຊື້ອພະຍາດເອດສ ທັງ 11 ແຫ່ງ ແມ່ນບໍ່ເສຍຄ່າ ເພາະລັດຖະບານລາວ ໄດ້ຮັບການຊ່ວຍເຫລືອຈາກກອງທຶນໂລກ ( Gobal Fund ).


ໂດຍ: ບຸນຕຽງ ຈັນທະວົງ | Photo : HIV/AIDS Laos 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.