Header Ads

ອຸດົມໄຊ ຕັດສິນ​ປະຫານ​ຊີວິດ​ຍິງ​ 2 ຄົນ ​ພ້ອມຕັດອິດສະລະພາບຕະຫຼອດຊີວິດຊາຍ 2 ຄົນ ຄະດີຢາເສບຕິດ



ປກສ ແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ ໃນວັນທີ 30 ມັງກອນ 2019 ຢູ່ຫ້ອງປະຊຸມສານຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ນຳເອົາຄຳຖະແຫຼງຂອງອົງການໄອຍະການປະຊາຊົນແຂວງ ສະບັບເລກທີ 06/ອຍກຂ.ອຊ, ລົງວັນທີ 04ມັງກອນ 2019 ໄດ້ພິຈາລະນາ ແລະ ຕັດສິນ ນາງ ວຽງສະໄໝ ອາຍຸ 30 ປີ ອາຊີບເຮັດນາ ບ້ານຫຼັກ32 ເມືອງໄຊ ແຂວງອຸດົມໄຊ (ຈຳເລີຍ 1) ແລະ ນາງ ດວງວາ ອາຍຸ 18 ປີ ອາຊີບເຮັດສວນ ຢູ່ບ້ານມອນໃຕ້ ເມືອງໄຊ ແຂວງອຸດົມໄຊ (ຈຳເລີຍ 2) ຈຳເລີຍທັງສອງຖືກກັກຕົວໃນວັນທີ 4 ເມສາ 2018 ໃນຂໍ້ຫາ ຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ ຈຳນວນ 18 ມັດ ເທົ່າກັບ 36,000 ເມັດ ນໍ້າໜັກ 4 ກິໂລກຣາມ, ເຄື່ອງຕິດຕົວມີໂທລະສັບຍີ່ຫໍ້ ຢູນີເທວ ສີຂາວ 1 ເຄື່ອງ, ເງິນກີບຈຳນວນ 3,000,000 ກີບ, ບັດປະຈຳຕົວໜຶ່ງບັດ ຂອງຈຳເລີຍ 1 ແລະ ໂທລະສັບຍີ່ຫໍ້ ຢູນີໂຟນ ສີທອງ 1 ເຄື່ອງ ຂອງຈຳເລີຍ 2, ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ໄດ້ຕັດສິນຈຳເລີຍທັງສອງ ເຊິ່ງມີຄວາມຜິດທາງອາຍາ ໃນການຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ (ປະເພດຢາບ້າ) ລົງໂທດ ນາງ ວຽງສະໄໝ ແລະ ນາງ ດວງວາ ທັງສອງຖືກລົງໂທດປະຫານຊີວິດ, ຮິບຢາເສບຕິດປະເພດຢາບ້າ ຈຳນວນ 18 ມັດ, ເທົ່າກັບ 36,000 ເມັດ, ນໍ້າໜັກ 4 ກິໂລກຣາມຂອງຈໍາເລີຍມາທໍາລາຍຖິ້ມ, ຮິບໂທລະສັບມືຖືຈຳນວນສອງເຄືອງມາເປັນຂອງລັດ, ສົ່ງເງິນຈຳນວນ 3,000,000 ກີບ, ບັດປະຈຳຕົວ ແລະ ບັດປະກັນສັງຄົມສົ່ງຄືນແກ່ຈຳເລີຍ1.

ໃນວັນດຽວກັນສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊຍັງ ໄດ້ນຳເອົາຄຳຖະແຫຼ່ງຂອງອົງການໄອຍະການປະຊາຊົນສະບັບເລກທີ 04/ອຍກຂ.ອຊ, ລົງວັນທີ 2 ມັງກອນ 2019 ໄດ້ພິຈາລະນາ ແລະ ຕັດສິນທ້າວ ຄຳຫຼໍ່ (ຈຳເລີຍ 1), ອາຍຸ 26 ປີ, ອາຊີບຄ້າຂາຍ ແລະ ທ້າວຄຳບໍ່ (ຈຳເລີຍ 2), ອາຍຸ 24 ປີ, ອາຊີບເຮັດນາ ທັງສອງຢູ່ບ້ານປາກແຈກ ເມືອງປາກອູ ແຂວງຫຼວງພະບາງ ຖືກຫາວ່າຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ, ເຄືອງຂອງກາງມີຢາບ້າຈຳນວນ 6,000 ເມັດ, ນໍ້າໜັກ 563 ກຣາມ, ດັ່ງນັ້ນສານປະຊາຊົນຈຶ່ງຕັດສິນຕັດອິດສະລະພາບທ້າວຄຳຫຼໍ່ (ຈຳເລີຍ 1) ແລະ ທ້າວຄຳບໍ່ (ຈຳເລີຍ 2) ຈຳຄຸກຕະຫຼອດຊີວິດ ແລະ ປັບໃໝ່ຄົນລະ 500 ລ້ານກີບ, ຮິບຢາເສບຕິດປະເພດຢາບ້າຈຳນວນ 6,000 ເມັດ, ນໍ້າໜັກ 563 ກຣາມຂອງພວກຈຳເລີຍມາທຳລາຍຖິ້ມ, ຮິບໂທລະສັບໜຶ່ງເຄືອງຂອງຈຳເລີຍ 2 ມາເປັນຂອງລັດ ແລະ ສົ່ງໂທລະສັບ ຍີ່ຫໍ່ຊຳຊຸງ ຄືນໃຫ້ແກ່ຈຳເລີຍ1.



ຂໍ້ມູນ : ປກສ ແຂວງອຸດົມໄຊ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.