Header Ads

ນາຍົກລັດຖະມົນຕີ ເນັ້ນການຄຸ້ມຄອງ ແລະ ພັດທະນາສີມືແຮງງານ ຕ້ອງມີຄຸນນະພາບ



ໃນວັນທີ 30 ມັງກອນ 2019 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2018 ຂຶ້ນ, ໂດຍການໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາພະແນກການແຮງງານ ແລະ ສະຫວັດດີການສັງຄົມ ໃນຂອບເຂດທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.



ໂອກາດດັ່ງກ່າວ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ລາຍງານໃຫ້ຊາບ ວ່າ: ຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານຕາມພາລະບົດບາດຂອງຕົນ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ: ວຽກແຮງງານ: ໄດ້ສ້າງກົນໄກ ການພັດທະນາສີມືແຮງງານ ຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ພາກເອກະຊົນ, ສ້າງລະບົບການຈັດຫາວຽກເຮັດງານທໍາ, ປົກປ້ອງສິດຜົນປະໂຫຍດ ຂອງຜູ້ອອກແຮງງານລາວ ແລະ ຜູ້ອອກແຮງງານຕ່າງປະເທດ; ວຽກງານສະຫວັດດີການສັງຄົມ: ຂະຫຍາຍອັດຕາການປົກຫຸ້ມປະກັນສັງຄົມ ຫຼາຍຂຶ້ນ, ປະຕິບັດການອຸດໜູນປະເພດຕ່າງໆ ແລະ ຄຸ້ມຄອງບໍລິຫານ ກອງທຶນປະກັນສັງຄົມແຫ່ງຊາດ ຢ່າງມີປະສິດທິຜົນດີຂຶ້ນ; ວຽກງານແກ້ໄຂໄພພິບັດ: ໄດ້ໃຫ້ທຶນການຊ່ວຍເຫຼືອແກ້ໄຂສຸກເສີນ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ໄດ້ຈັດຕັ້ງລະດົມການຊ່ວຍເຫຼືອຈາກທົ່ວສັງຄົມ ແລະ ຮັບເອົາການຊ່ວຍເຫຼືອຈາກສາກົນ ເພື່ອຈັດສົ່ງໃຫ້ຜູ້ປະສົບໄພພິບັດ ໃນຂອບເຂດທົ່ວປະເທດ; ວຽກງານເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ: ໄດ້ມີການສໍາຫຼວດ ຕາມຈຸດຫຼັກຖານລະເບີດບໍ່ທັນແຕກ ສາມາດກໍານົດເປັນເຂດສະເພາະ ແລະ ເກັບກູ້ລະເບີດບໍ່ທັນແຕກ ອອກຈາກພື້ນທີ່ ພ້ອທັງ ມີການທໍາລາຍເປັນຢ່າງດີ; ວຽກງານກາແດງ: ໄດ້ເຄື່ອນໄຫວຮັບບໍລິຈາກເລືອດ ແລະ ເບີກຈ່າຍໃຫ້ບັນດາໂຮງໝໍຕ່າງໆ, ຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດ ຕາມທ້ອງຖະໜົນ; ວຽກງານການສ້າງນິຕິກໍາ: ໄດ້ຄົ້ນຄວ້າສ້າງກົດໝາຍ ແລະ ລະບຽບການຕ່າງໆ ທີ່ເປັນເຄື່ອງມືສໍາຄັນ ໃນການຄຸ້ມຄອງບໍລິຫານວຽກງານ ແລະ ການຈັດຕັ້ງປະຕິບັດຢ່າງກວ້າງຂວາງ ແລະ ມີຄວາມສັກສິດກວ່າເກົ່າ.

ໃນຕອນທ້າຍກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກຕໍ່ຄະນະພັກ-ຄະນະນໍາ ກໍ່ຄື ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ກ່ອນອື່ນ ທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດ ແລະ ໝາກຜົນທີ່ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຍາດມາດໄດ້ໃນໜຶ່ງປີຜ່ານມາ ເວົ້າລວມແມ່ນ ສາມາດເຮັດຫຼ້ອນໜ້າທີ່ການເມືອງ ຕາມການມອບໝາຍຂອງຂັ້ນເທິງ ມີຜົນສໍາເລັດເປັນຢ່າງດີ. ຄຽງຄູ່ກັນນັ້ນ, ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ເອົາໃຈໃສ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະກະຊວງສຶກສາທິການ ແລະ ກິລາ ເພື່ອຫັນຄ່ານິຍົມໃນການສຶກສາຮໍ່າຮຽນ ແລະ ປະກອບອາຊີບຂອງຄົນໃນສັງຄົມ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ກໍ່ຄື ການພັດທະນາເສດຖະກິດ-ສັງຄົມ; ເອົາໃຈໃສ່ສ້າງຄົນ ໃຫ້ມີຄຸນນະພາບ ເມື່ອຮຽນຈົບແລ້ວໃຫ້ສາມາດປະກອບອາຊີບ, ມີວຽກເຮັດງານທໍາ ແລະ ມີລາຍໄດ້ທີ່ດີ; ການພັດທະນາແຮງງານລາວ ຕ້ອງສາມາດຕອບສະໜອງກັບການພັດທະນາ ໃນແຕ່ລະໄລຍະ ໂດຍສະເພາະໃນຍຸກປະຕິວັດອຸດສາຫະກໍາ 4.0.

ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ພັດທະນາສີມືແຮງງານຂອງລາວ ໃຫ້ທຽບທັນ ແລະ ໄດ້ມາດຕະຖານ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ; ເອົາໃຈໃສ່ຄຸ້ມຄອງແຮງານພາຍໃນ ແລະ ແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ລວມທັງ ການຄຸ້ມຄອງແຮງງານຕ່າງປະເທດ ທີ່ເຂົ້າມາທໍາມາຫາກິນຢູ່ ສປປ ລາວ ໃຫ້ດີ; ສ້າງໃຫ້ ເປັນຂະບວນການ ແລະ ມີການຍ້ອງຍໍຕໍ່ຜູ້ທີ່ມີຜົນງານ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ; ປັງປຸງນະໂຍບາຍ ແລະ ໂຄງປະກອບ ຂອງວຽກງານປະກັນສັງຄົມ ໃຫ້ເປັນລະບົບ, ໃຫ້ມີການຂະຫຍາຍຕົວ, ໂປ່ງໃສ, ຍືນຍົງ ແລະ ສາມາດສະສົມທຶນໄດ້ຫຼາຍຂຶ້ນ. ສໍາຄັນແມ່ນໃຫ້ເອົາໃຈໃສ່ໃນການຮຽນຮູ້ ແລະ ຖອດຖອນບົດຮຽນ ວຽກງານດັ່ງກ່າວ ຈາກບັນດາປະເທດ ທີ່ມີການພັດ ທະນາວຽກງານດັ່ງກ່າວໄດ້ດີ ໄປຄຽງຄູ່ກັບ ການປັບປຸງບັນດານິຕິກໍາ ໃຫ້ມີຄວາມສອດຄ່ອງ, ສົມບູນ, ຈະແຈ້ງ ແລະ ມີປະສິດທິດຜົນ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ແລະ ພັດທະນາງວຽກງານ ແຮງງານ ແລະ ສະຫວັດດີການສັງຄົມຂອງລາວ.


ແຫຼ່ງ: ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.