Header Ads

ຜູ້ຕາງໜ້າຖາວອນ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ຮອງຜູ້ອໍານວຍການໃຫຍ່ອົງການ IAEA





ໃນຕອນເຊົ້າຂອງວັນທີ 24 ມັງກອນ 2019, ທີ່ ອົງການສະຫະປະຊາຊາດ, ນະຄອນຫລວງວຽນ, ສາທາລະນະລັດ ໂອຕຣິດ, ທ່ານ ສີທົງ ຈິດໂຍທິນ, ເອກອັກຄະລັດຖະທູດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Dazhu Yang, ຮອງຜູ້ອໍານວຍການໃຫຍ່ອົງການພະລັງງານປະລະມະນູສາກົນ (International Atomic Energy Agency) ເພື່ອດຳລົງຕຳແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການພະລັງງານປະລະມະນູສາກົນ (IAEA), ສປຊ.

ທ່ານ Dazhu Yang ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ສີທົງ ຈິດໂຍທິນ ໃນການມາດໍາລົງຕໍາແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳອົງການ IAEA ແລະ ພ້ອມທີ່ຈະໃຫ້ການຮ່ວມມື ໃນການປະຕິບັດໜ້າໃຫ້ມີຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IAEA ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນໂອກາດດັ່ງກ່າວ, ທ່ານ ສີທົງ ຈິດໂຍທິນ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ Dazhu Yang ແລະ ຜ່ານທ່ານໄປຍັງ ທ່ານ Yukiya Amano, ຜູ້ອໍານວຍການໃຫຍ່ອົງການພະລັງງານປະລະມະນູສາກົນ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະ ໃນດ້ານການນໍາໃຊ້ເຕັກນິກປະລະມະນູເຂົ້າໃນຂະແໜງກະສິກໍາ, ອາຫານ, ສາທາລະນະສຸກ, ສິ່ງແວດລ້ອມ, ນໍ້າ, ການສ້າງຊັບພະຍາກອນມະນຸດ ແລະ ອື່ນໆ ນັບຕັ້ງແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກ IAEA ໃນວັນທີ 4 ພະຈິກ 2011 ເປັນຕົ້ນມາ ແລະ ເຊື່ອໝັ້ນວ່າ ການຮ່ວມມືອັນດີດັ່ງກ່າວ ຈະສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນໄປໃນຕໍ່ໜ້າ. ນອກຈາກນັ້ນ, ທ່ານຜູ້ຕາງໜ້າຖາວອນ ຍັງໄດ້ແຈ້ງໃຫ້ຊາບວ່າ ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍ ການປ້ອງກັນລັງສີ ແລະ ຄວາມປອດໄພດ້ານປະລະມະນູ (Law on Radiation Protection and Nuclear Safety) ໃນເດືອນພະຈິກ 2018 ຜ່ານມາ, ຊຶ່ງ ທ່ານ Yang ໄດ້ສະແດງຄວາມຂອບໃຈ ແລະ ຍິນດີຕໍ່ຄວາມຄືບໜ້າດັ່ງກ່າວ.


ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.