Header Ads

ຫຼວງພະບາງຈັດສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ຢ່າງຄຶກຄື້ນ



ໃນຕອນເຊົ້າຂອງມື້ນີ້ ວັນທີ 25 ມັງກອນ 2019, ຢູ່ສະຫນາມກີລາແຂວງ, ບ້ານນາຫຼວງ, ນະຄອນຫຼວງພະບາງ, ອົງການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນຄົບຮອບ 70 ປີ ຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ທັງເປັນ ປະທານຄະນະປ້ອງກັນຊາດ ປ້ອງກັນຄວາມສະຫງົບຂັ້ນສູນກາງ ພ້ອມດ້ວຍພັນລະຍາ, ບັນດາທ່ານການນຳຂອງແຂວງຫຼວງພະບາງ, ແຂກຮັບເຊີນຈາກກົມກອງເພື່ອມິດ ແລະມວນຊົນຊາວຫຼວງພະບາງຈຳນວນຫຼາຍ.



ພິທີເລີ່ມຕົ້ນດ້ວຍການຮ້ອງເພງລວມໝູ່ ຈາກກອງສິລະປະກອນກອງບັນຊາການທະຫານແຂວງ ແລະ ກອງສິລະປະກອນແຂວງ; ຈາກນັ້ນ, ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງ, ແລະ ເຈົ້າແຂວງໆຫຼວງພະບາງ ໄດ້ກ່າວປາໄສຕໍ່ງານສະເຫຼີມສະຫຼອງ, ໂດຍທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ຜົນງານ ແລະ ມູນເຊື້ອຂອງກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຂື້ນເປັນກອງລາດສະວົງໃນວັນທີ່ 20 ມັງກອນ ປີ 1949, ພາຍໃຕ້ການຊີ້ນຳ ນຳພາອັນປີຊາສາມາດ ແລະສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ເຮັດໃຫ້ກອງທັບເຮົາ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງຕໍ່ເນື່ອງ ໂດຍຜ່ານການເຝິກຝົນຫລໍ່ຫຼອມ ແລະ ການທົດສອບ ໃນແປວໄຟຂອງສົງຄາມການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ; ກອງ ທັບປະຊາຊົນລາວໄດ້ສ້າງວິລະກຳອັນລ້ຳເລີດ, ໄດ້ສ້າງປະຫວັດສາດ ໃນຍຸກໃໝ່ ແລະມູນເຊື້ອວິລະຊົນຂອງຊາດລາວວິລະຊົນ ຢ່າງສະຫງ່າງາມ. 





ທ່ານເຈົ້າແຂວງ ກ່າວຕື່ມວ່າ: ໃນໄລຍະ 70 ປີ ຜ່ານມາ, ກອງທັບປະຊາຊົນລາວ ໄດ້ປະຕິບັດພາລະກິດປົດປ່ອຍຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຜ່ານແປວໄຟແຫ່ງສົງຄາມຕໍ່ສູ້ ເພື່ອປົດປ່ອຍປະເທດຊາດຢ່າງລະອິດລະອ້ຽວ, ຕາມຄຳຮຽກຮ້ອງຂອງສູນກາງພັກ; ຂະບວນການລຸກຮື້ຂື້ນຍຶດອຳນາດການປົກຄອງເຂດເປັນກາງ ແລະ ເຂດຄວບຄຸມຊົ່ວ ຄາວຂອງຝ່າຍວຽງຈັນ, ກອງທັບ ແລະ ປະຊາຊົນລາວ ໄດ້ບຸກໂຈມຕີດ້ວຍ 3 ບາດຄ້ອນຍຸດທະສາດ ແລະ ດ້ວຍບາດກ້າວການຂະຫຍາຍຕົວຢ່າງແຂງແຮງ, ກໍ່ສາມາດຍຶດອຳນາດຢູ່ແຕ່ລະທ້ອງຖີ່ນໄດ້, ເຊິ່ງໃນນັ້ນ ສະເພາະແຂວງຫຼວງພະບາງ ແມ່ນສາມາດຍຶດອຳນາດໄດ້ໃນທົ່ວແຂວງ ໃນວັນທີ່ 18 ສີງຫາ ປີ 1975, ກ້າວໄປສູ່ການຍຶດອໍານາດ ໃນທົ່ວປະເທດໃນວັນທີ່ 23 ສີງຫາ ປີ 1975.

ຜ່ານຂະບວນການຍຶດອຳນາດ, ປະທານໄກສອນພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໄດ້ຕີລາຄາການຍຶດອຳນາດຂອງກອງທັບ ແລະ ປະຊາຊົນລາວວ່າ: ບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ ແຕ່ຈັບປາໄດ້ທັງໝົດ.




ຜົນສຳເລັດຄືດັ່ງກ່າວ ໄດ້ກາຍເປັນເງື່ອນໄຂໃຫ້ແກ່ ການສະຖາປະນາ ສປປ ລາວ ຂື້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ່ 2 ທັນວາ ປີ 1975 ສ້າງເງື່ອນໄຂໃຫ້ແກ່ການພັດທະນາປະເທດຊາດ ໂດຍສະເພາະແມ່ນແຂວງຫຼວງພະບາງນັບມື້ນັບດີຂື້ນ. 

ຈາກນັ້ນ, ກໍ່ໄດ້ມີການກວດແຖວກ້ອນກຳລັງສວນສະໜາມ ແລະ ດຳເນີນການເດີນສວນສະໜາມ ໂດຍເລີ່ມ ຕົ້ນດ້ວຍ ກ້ອນກຳລັງສະຫະພັນນັກຮົບເກົ່າ, ກ້ອນກາຫມາຍ 70 ປີ, ກ້ອນທຸງໄຊ, ກ້ອນນາຍທະຫານສຳນັກງານ-ອົງການ, ກ້ອນນາຍທະຫານຮາບ (ນາຍສີບ), ກ້ອນເຫຼົ່າຮົບສືບຂ່າວ-ຕີພິເສດ, ກ້ອນກອງຫຼອນປ້ອງກັນຕົວ, ກ້ອນເສນາຮັກ, ກ້ອນກຳລັງປ້ອງກັນຄວາມສະຫງົບ, ກ້ອນນັກຮົບເກົ່າ, ກ້ອນກອງດູລິຍາງຂອງເຍົາວະຊົນ, ກຳລັງເຍົາວະຊົນ, ຊາວໜຸ່ມ, ຊາວໜຸ່ມ ຄູ-ອາຈານ ນັກຮຽນ-ນັກສຶກສາ, ກ້ອນສະຫະພັນແມ່ຍີງ-ກຳມະບານ, ກ້ອນປະຊາຊົນບັນດາເຜົ່າ ແລະ ມວນຊົນທົ່ວໄປ.




ພາຍຫຼັງສຳເລັດການເດີນສວນສະໜາມແລ້ວ, ກໍ່ໄດ້ມີການສະແດງສີລະປະການທະຫານ ແລະ ຫັດກາຍຂອງນັກຮຽນ ແລະ ປິດທ້າຍລົງດ້ວຍການສະແດງໂດດຈ້ອງຂອງ ກອງພັນ 703 ກອງທັບປະຊາຊົນລາວ ດ້ວຍບັນຍາກາດທີ່ແສນເບີກບານມ່ວນຊື່ນ.

ຂ່າວ- ພາບ: ອະພຸດເດດ ບຸບຜາ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.