Header Ads

ເຫດຄູບາ ລອຍນໍ້າຂອງຈາກຝັ່ງລາວຈະຂ້າມໄປຝັ່ງໄທ ແຕ່ຖືກເຈົ້າຫນ້າທີ່ພົບເຫັນຈຶ່ງໃຫ້ການຊ່ວຍເຫຼືອ





ມີລາຍງານຈາກປະຊາຊົນວ່າ : ໃນຕອນເຊົ້າຂອງວັນທີ 16 ກຸມພາ 2019 ເວລາ 07:55 ນາທີ ໄດ້ພົບເຫັນສິ່ງມີຊີວິດໜິງຕີງຢູ່ຂອງ ໂດຍມີເປົ້າໝາຍມຸ້ງໜ້າໄປສູ່ຝັ່ງໄທ ເຊິ່ງພາຍຫຼັງຮູ້ວ່າແມ່ນຍາຄູລອຍນໍ້າຂອງຈາກຝັ່ງລາວທາງແຂວງຄຳມ່ວນ ຈະຂ້າມຝັ່ງໄທ ແຂວງນະຄອນພະນົມ ໂດຍຍາຄູໄດ້ສາມາດລອຍນໍ້າໄປໄກປະມານ 50 ແມັດແລ້ວ ແຕ່ເຈົ້າຫນ້າທີ່ເອົາເຮືອຮັບກັບເຂົ້າຝັ່ງ. ສໍາລັບສາເຫດ ຫຼື ແຮງຈູງໃຈຂອງທີ່ເຮັດໃຫ້ຍາຄູ ລອຍນໍ້າຂອງຈາກຝັ່ງລາວຈະຂ້າມໄປຝັ່ງໄທ ແມ່ນຍັງບໍ່ທັນມີຂໍ້ມູນເທື່ອ ແລະ ຍັງຢູ່ໃນຂະບວນການສອບສວນ-ສືບສວນຂອງເຈົ້າຫນ້າທີ່ຢູ່. 






© ໂຕະນໍ້າຊາ | tonamcha.com
___________

Powered by Blogger.