Header Ads

ອະລັງການງານສ້າງ ແຫ່ງທຳອິດຂອງເມືອງວັງວຽງ ແຂວງວຽງຈັນ “ຮ້ານອາຫານວັງລາວ”



ພິທີເປີດຮ້ານອາຫານວັງລາວ ໄດ້ຈັດຂື້ນໃນຕອນແລງວັນທີ 15 ກຸມພາ 2019 ເປັນກຽດເຂົ້າຮ່ວມ ມີທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ, ທ່ານ ພູຄຳ ສຸດທິຈັກ ຫົວໜ້າວ່າການປົກຄອງແຂວງວຽງຈັນ, ພ້ອມດ້ວຍການນຳເມືອງ ແລພ ບັນດານັກທຸລະກິດພາຍໃນເມືອງວັງວຽງເຂົ້າຮ່ວມ.





ທ່ານ ຈ໋ອງ ນະຄອນສັກ ຜູ້ບໍລິຫານຮ້ານອາຫານວັງລາວ ໃຫ້ຮູ້ວ່າຮ້ານອາຫານວັງລາວ ແມ່ນໄດ້ນໍາເອົາສິລະປະ, ສະຖາປັດຕະຍະກໍາອັນລໍ້າຄ່າ ຮູບແບບທີ່ງົດງາມຈາກບັນພະບູລຸດ ສືບສານເນື້ອແທ້ຂອງວັດທະນະທຳ ເພື່ອໃຫ້ເຫັນຄວາມງົດງາມ,ເຫັນໄດ້ພູມປັນຍາອັນດີງາມຂອງແຜນດິນ.





ຈຸດປະສົງໃນການສ້າງຮ້ານອາຫານວັງລາວແຫ່ງນີ້   ປຽບດັ່ງການອານຸລັກ, ສົ່ງເສີມຄວາມຮັກຕໍ່ແຜ່ນດິນເກີດ  ແຜ່ນດິນລາວ ເພື່ອໃຫ້ລູກຫລານ ແລະ ແຂກທີ່ມາທ່ຽວຊົມໄດ້ສຳພັດ ເຊີ່ງມັນເປັນການບົ່ງບອກ ນີ້ຄືແຜ່ນດິນແຫ່ງຄວາມງົດງາມ ວັດທະນະທຳອັນລໍ້າຄ່າ ສິລະປະທີ່ມີຄວາມໝາຍ ແລະຄວາມພາກພູມໃຈຂອງພວກເຮົາ.




ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ ເວົ້າວ່າຮ້ານອາຫານວັງລາວແຫ່ງນີ້ເປັນແຫ່ງທຳອິດຂອງເມືອງວັງວຽງ ເຊິ່ງທາງເມືອງ ກໍຄືທາງແຂວງ ມີຄວາມດີໃຈທີ່ພວກເຮົາຈະໄດ້ພ້ອມກັນເອກະອ້າງຄວາມເປັນລາວຂອງພວກເຮົາສູ່ສາຍຕາຊາວໂລກ ຜ່ານຄວາມງົດງາມ ທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບຈະເລີນ ແລະ ພັດທະນາເມືອງວັງວຽງ ແຂວງວຽງຈັນ ກໍ່ຄືປະເທດຊາດຕໍ່ໆໄປ.





ສຳລັບຮ້ານອາຫານວັງລາວ ຕັ້ງຢູ່ບ້ານເມືອງຊອງ, ເມືອງວັງວຽງ ແຂວງວຽງຈັນ, ເປັນສະຖານທີ່ສ້າງຄວາມປະທັບໃຈໃຫ້ແກ່ແຂກ, ນັກທ່ອງທ່ຽວ ໄດ້ສຳພັດຄວາມຮູ້ສຶກທີ່ອົບອຸ່ນ, ຄວາມງົດງາມຂອງວັດທະນະທໍາລາວ, ບໍ່ວ່າຈະເປັນອາຫານ, ສິລະປະ ແລະ ສະຖາປັດຕະຍະກໍາ, ໂດຍໃນລະມື້ຈະມີການສະແດງສິນລະປະການຟ້ອນ, ວັດທະນະທຳການນຸ່ງຖື, ປະເພນີລາວຕ່າງໆ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.