Header Ads

ລັດຖະບານ ຈາລະນາຮັບຮອງເອກະສານສຳຄັນຈຳນວນ 8 ສະບັບໃນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກຸມພາ 2019



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ  19 ກຸມພາ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.



​ກອງປະຊຸມລັດຖະບານຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 02 ວັນ ຄື: ວັນທີ 19-20 ກຸມພາ 2019 ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນ 8 ລາຍການ ຄື:



1). ຮ່າງແຜນຜັງລວມຂອງນະຄອນຫຼວງວຽງຈັນ ຮອດ ປີ 2023;
2). ບົດລາຍງານຜົນການກວດກາໂຄງການເຊົ່າສຳປະທານທີ່ດິນ;
3). ຮ່າງກົດໝາຍ ວ່າດ້ວຍທີ່ດິນ;
4). ຮ່າງກົດໝາຍ ວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ;
5). ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດຳເນີນທຸລະກິດຢູ່ ສປປ ລາວ;
6). ບົດລາຍງານຄວາມຄືບໜ້າ ໃນການຫັນເກັບລາຍຮັບງົບປະມານ ເປັນທັນສະໄໝ;
7). ຮ່າງແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ;
8). ຮ່າງນະໂຍບາຍລາຄາໄຟຟ້າ ຕິດພັນກັບຍຸດທະສາດພັດທະນາພະລັງງານໄຟຟ້າ.


ພາບ-ຂ່າວ: : ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.