Header Ads

ໄຊຍະບູລີຍົກໄມ້ຈັນຫອມຂຶ້ນປະດິດສະຖານຈຸດໃຈກາງຫໍຫຼັກເມືອງ



ພິທີຍົກໄມ້ຈັນຫອມຂຶ້ນປະດິດສະຖານຈຸດໃຈກາງຫໍຫຼັກເມືອງທີ່ສວນຫຼັກເມືອງ, ບ້ານທ່ານາ, ເມືອງໄຊຍະບູລີ, ແຂວງ# ໄຊຍະບູລີ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ໂດຍການເປັນກຽດເຂົ້າຂອງທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຮອງເຈົ້າແຂວງ ໄຊຍະບູລີ, ມີເຈົ້າເມືອງ, ຮອງເຈົ້າເມືອງ, ການນຳຂອງແຂວງຂອງເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ໝໍພາມພ້ອມດ້ວຍອຳນາດການປົກຄອງບ້ານໃນເທດສະບານແຂວງເຂົ້າຮ່ວມ.



ເພື່ອປະຕິບັດຕາມຮິດຄອງປະເພນີ, ໝໍພາມ ແລະ ເຖົ້າແກ່ກໍ່ໄດ້ຍົກພາຫວານ, ພາຄາວໄປແຈກເບືອງທິດຕາເວັນອອກດ້ານເໜືອເພື່ອຄອບເຈົ້າບອ່ນເຈົ້າທີ, ເບີກທ້າວທັງ 4, ເອົາໝາດໜາມປັດກວາດ, ລ້າງຊ່ວຍສິ່ງຊົ່ວຮ້າຍອອກຈາກເສົາ ແລະ ສູດຄາຖາບົດພ້ອມກັບເອົານ້ຳຫອມຫົດສົງເສົາ, ດິນທີ່ນຳມາຈາກບ່ອນສັກສິດຂອງແຕ່ລະເມືອງ, ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ຫົດສົງເຊັ່ນດຽວກັນເພື່ອເປັນສິຣິມຸງຄຸນແກ່ເສົາ ແລະ ບ້ານເມືອງ, ໃນພິທີທ່ານປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍການນຳຂອງແຂວງ, ຂອງເມືອງຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນມັດໄຊໃສ່ເສົາໄມ້ຈັນຫອມ ແລະ ນຳເອົາດິນທີ່ມາຈາກບ່ອນສັກສິດຂອງແຕ່ລະເມືອງໄປບັນຈຸລົງໃນຂຸມບ່ອນຈະຕັ້ງເສົາຫຼັກເມືອງ, ຍົກເສົາຂຶ້ນພ້ອມທັງກ່າວສະດຸດີຕາມປະເພນີ( ພາກັນວ່າຄວາມດີຄວາມງາມ ) ພາຍຫຼັງຕັ້ງເສົາສຳເລັດແລ້ວກໍ່ຍົກໝາກເບັງ, ພາໝາກໄມ້, ຂັນ 5 ມາຄາລະວະບູຊາເສົາໄມ້ຈັນຫອມຂຶ້ນປະດິດສະຖານຈຸດໃຈກາງຫໍຫຼັກເມືອງ. 




ໂຄງການກໍ່ສ້າງຫໍຫຼັກເມືອງໄຊຍະບູລີແມ່ນໄດ້ດຳເນີນການກໍ່ສ້າງມາແຕ່ຕົ້ນເດືອນມີນາ ປີ 2018, ໃນເນື້ອທີ 1,5 ເຮັກຕາ ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2019 ໂດຍແມ່ນບໍລິສັດສໍມະນີວົງ ກໍ່ສ້າງຈຳກັດ, ເປັນຜູ້ຮັບເໝົາກໍ່ສ້າງ, ໃນມູນຄ່າທັງໝົດ 8 ຕຶ້ 390 ລ້ານກີບ, ແມ່ນທຶນງົບປະມານພັດທະນາທ້ອງຖິ່ນ ແລະ ທຶນປຸກລະດົມຂອງແຂວງ, ຫໍຫຼັກເມືອງດັ່ງກ່າວມີລັກສະນະເປັນຫໍປະສາດ, ມີ 4 ໜ້າ, 4 ດ້ານ, ປະດັບປະດາໄປດ້ວຍດວງລວດລາຍສະທ້ອນໃຫ້ເຫັນເຖິງການດຳລົງຊີວິດຮີດຄອງປະເພນີອັນດີງາມ, ພິເສດແມ່ນມີຮູບຊ້າງເຊິ່ງເປັນສັນຍາລັກຂອງແຂວງ ໄຊຍະບູລີ, ໃນການອອກແບບຫໍຫຼັກເມືອງແມ່ນໄດ້ນຳເອົາສະຖາປັດຕະຍະກຳສີນທີ່ເປັນເອກະລັກທາງດ້ານວັດທະນະທຳ, ຄວາມອຸດົມຮັ່ງມີທາງດ້ານວັດທະນະທຳປະຫວັດສາດບັນດາເຜົ່າມາລວມຢູ່ໃນຫໍຫຼັກເມືອງແຫ່ງນີ້, ໃຫ້ສົມກັບຄຳວ່າອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າທຳມະຊາດສວຍງາມ, ເປັນສູນລວມທາງດ້ານວັດທະນະທຳ, ປະຫວັດສາດ, ມີຮີດຄອງປະເພນີທີ່ເປັນເອກະລັກຂອງຕົນມາແຕ່ບູຮານນະການ, ການຄົ້ນຄ້ວາຊອກຫາປະຫວັດສາດເພື່ອຢັ້ັັງຢືນຮາກເຫົ້ງາຂອງຊົນຊາດ, ການຂະຫຍາຍຕົວຂອງສັງຄົມບົນພຶ້ນຖານທິດສະດີ, ວີຖີວັດຖຸນິຍົມສັດຈະວິພາກ, ນັ້ນເປັນວຽກສຳຄັນທີ່ຕ້ອງໄດ້ສຶບຕໍ່ປະຕິບັດ, ສັງຄົມໃດໆກໍ່ຕາມໃນໂລກນີ້ລ້ວນແຕ່ຢາກຮູ້ປະຫວັດ ທີ່ໄປທີ່ມາຂອງຕົນເອງ, ດັ່ງນັ້ນ ຫໍຫຼັກເມືອງແຂວງໄຊຍະບູລີ ແມ່ນບົ່ງບອກເຖິງສັນຍາລັກແຫ່ງຄວາມສາມັກຄີຄວາມເປັນສີລິມຸງຄຸນຄວາມຜາສຸກ, ຄວາມອຸດົມສົມບູນຢູ່ເຢັນເປັນສຸກ ແລະ ມີຄວາມສີວີໄລທາງດ້ານຈິດໃຈ, ສັງຄົມມີຄວາມຍຸຕິທຳ ແລະ ຍັງເປັນການຢັ້ງຢືນເຖິງຄວາມອົງອາດກ້າຫານໃນການຕໍ່ສູ້ປົກປັກຮັກສາບ້ານເມືອງອີກດ້ວຍ, ຫໍຫຼັກເມືອງທີ່ຈະສ້າງຂຶ້ນໃໝ່ນີ້, ຍັງແມ່ນຫຼັກຖານໜື່ງທີ່ສຳຄັນຂອງແຂວງກໍ່ຄືປວງຊົນລາວທັງຊາດໄດ້ກາຍເປັນສັນຍາລັກສວນລວມທາງດ້ານຈິດໃຈຂອງປະຊາຊົນຊາວແຂວງ ໄຊຍະບູລີຍຸກໃໝ່ແຫ່ງຄວາມຈະເລີນສີວິໄລທັນສະໄໝຢູ່ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານແຫ່ງ ສປປລາວ.  ຂ່າວ-ພາບ: ທອງຈັນ



© ໂຕະນໍ້າຊາ | tonamcha.com
___________

Powered by Blogger.