ປະທານາທິບໍດີ ວະລາດີເມຍ ປູຕິນ ເດີນທາງມາຕິດຕາມຊົມການຊ້ອມຮົບໃຫຍ່ປະຈໍາປີດ້ວຍຕົນເອງ
ສຳນັກຂ່າວອາທີ (RT) ຂອງຣັດເຊຍລາຍງານວ່າ: ໃນວັນທີ 18 ກັນຍາ 2017 ປະທານາທິບໍດີ ວະລາດີເມຍ ປູຕິນ ເດີນທາງມາຊົມການຊ້ອມຮົບໃຫຍ່ປະຈຳປີ 2017 (Zapad 2017) ທີ່ເຂດເລນິນກຣາດ ເຊິ່ງເປັນພື້ນທີ່ຊ້ອມຮົບໃນຄັ້ງນີ້ ໂດຍມີຂໍ້ມູນຖືກເປີດເຜີຍອອກມາຈາກຝ່າຍຄວາມໝັ້ນຄົງຂອງຮັດເຊຍວ່າ ການຊ້ອມຮົບໃຫຍ່ໃນຄັ້ງນີ້ມິກໍາລັງທະຫານເຂົ້າຮ່ວມ 12.700 ຄົນ, ເຮືອບິນ 70 ລຳ, ລົດເກາະລົດຖັງ 250 ຄັນ ແລະ ເຮືອຮົບອີກ10 ລໍາ.
ທີ່ມາ: RT
© ໂຕະນໍ້າຊາ | tonamcha.com ___________
Post a Comment