Header Ads

ເຈົ້າໜ້າທີ່ພາສີ ຍົກລະດັບການຄວບຄຸມການນຳເຂົ້າ - ສົ່ງອອກສານເຄມີ


ກົມຄວບຄຸມມົນລະພິດ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ໄດ້ ຈັດຊຸດຝຶກອົບຮົມກ່ຽວກັບການ ຄວບຄຸມການນຳເຂົ້າ-ສົ່ງອອກ ສານເຄມີທີ່ທຳລາຍຊັ້ນໂອ ໂຊນໃຫ້ພະນັກງານພາສີ ແລະ ໜ່ວຍງານທີ່ກ່ຽວຂ້ອງພາຍໃຕ້ ແຜນງານແຫ່ງຊາດ ເພື່ອຫຼຸຸດ ຜ່ອນ ແລະ ຢຸດຕິການນຳໃຊ້ ສານເຄມີທີ່ທຳລາຍຊັ້ນໂອ ໂຊນຊະນິດ HCFCs. ຊຸດອົບຮົມດັ່ງກ່າວ ໄດ້ ຈັດຂຶ້ນແຕ່ວັນທີ 18-19 ກັນຍາ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍ ມີທ່ານ ຄຳພັນ ນັນທະວົງ ຫົວ ໜ້າກົມຄວບຄຸມມົນລະພິດ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ທ່ານ ສົມເພັດ ສີວົງໄຊ ຮອງ ຫົວໜ້າກົມພາສີກະຊວງການ ເງິນ, ມີບັນດາເຈົ້າໜ້າທີ່ພາສີ ຈາກດ່ານສາກົນແຂວງພາກ ເໜືອພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.

ໃນການຝຶກອົບຮົມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຈະໄດ້ຮັບ ຟັງການສະເໜີກ່ຽວກັບອະນຸ ສັນຍາມົງເຣອານ-ຊັ້ນໂອໂຊນ, ສະພາບອາກາດ ແລະ ພະລັງ ງານປະຢັດ, ສານເຄມີທີ່ທຳ ລາຍຊັ້ນໂອໂຊນ, ສານທົດ ແທນ ແລະ ເຄື່ອງເຮັດຄວາມ ເຢັນ ແລະ ແອເຢັນ, ການຈັດ ຕັ້ງປະຕິບັດແຜນງານແຫ່ງ ຊາດວ່າດ້ວຍການຫຼຸຸດຜ່ອນ ແລະ ຢຸດຕິການນຳໃຊ້ສານ HCFC ແລະ ລະບົບການອອກ ໃບອະນຸຍາດນຳເຂົ້າ-ສົ່ງອອກ ສານເຄມີທີ່ທຳລາຍຊັ້ນໂອ ໂຊນ, ພາລະບົດບາດ ໜ້າທີ່ ຮັບຜິດຊອບ ແລະ ຂະບວນການ ຂອງກົມພາສີກ່ຽວກັບການ ຄວບຄຸມການນຳເຂົ້າ ແລະ ສົ່ງ ອອກສານເຄມີທີ່ທຳລາຍຊັ້ນ ໂອໂຊນ ແລະ ການປະສານ ສົມທົບກັບຂະແໜງການທີ່ ອອກໃບອະນຸຍາດ, ການສ້າງ ຕັ້ງຄະນະກຳມະການກວດກາ ສານທຳຄວາມເຢັນ (ນ້ຳຢາ ແອ), ລາຍງານການຄ້າຊາຍ ແດນກ່ຽວກັບສານທຳຄວາມ ເຢັນ ແລະ ເຄື່ອງທຳຄວາມ ເຢັນ ແລະ ແອເຢັນຕາມຊາຍ ແດນລາວ-ຈີນ, ເຕັກນິກການ ກວດສອບສານເຄມີທີ່ທຳລາຍ ຊັ້ນໂອໂຊນ, ສານທົດແທນ ແລະ ເຄື່ອງເຮັດຄວາມເຢັນ ແລະ ແອເຢັນ, ການປ້ອງກັນ ການຄ້າທີ່ຜິດກົດໝາຍ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງກັບ ສານເຄມີທຳລາຍຊັ້ນໂອໂຊນ.

ທ່ານ ຄຳພັນ ນັນທະວົງ ກ່າວວ່າ: ການນຳໃຊ້ສານເຄມີ ທີ່ທຳລາຍຊັ້ນໂອໂຊນຢູ່ ສປປ ລາວ ມີພຽງ 2 ຊະນິດຄື: ສານ ເຄມີທີ່ທຳລາຍຊັ້ນໂອໂຊນຊະ ນິດ CFC-12 ຫຼື ສານເຮັດ ຄວາມເຢັນ R-12 ຊຶ່ງ ສປປ ລາວ ໄດ້ຢຸດຕິການນຳເຂົ້າຕັ້ງ ແຕ່ປີ 2010, ສ່ວນອີກຊະນິດ ໜຶ່ງແມ່ນ HCFC-22 ຫຼື ສານ ເຮັດຄວາມເຢັນ R-22 ຊຶ່ງຖືກ ນຳໃຊ້ຫຼາຍທີ່ສຸດໃນການຕິດ ຕັ້ງສ້ອມແປງເຄື່ອງເຢັນ (ແອ) ຫຼື ເອີ້ນວ່າ R-22 ຊຶ່ງມີທ່າອ່ຽງ ເພີ່ມຂຶ້ນຈາກຈຳນວນ 39,09 ໂຕນ ຂອງປີ 2010 ເພີ່ມຂຶ້ນ ເປັນ 48,28 ໂຕນ ຂອງປີ 2011 ຕໍ່ບັນຫາດັ່ງກ່າວລັດຖະ ບານແຫ່ງ ສປປ ລາວ ທີ່ເປັນ ພາຄີຕໍ່ອະນຸສັນຍາມົງເຣອານ ວ່າດ້ວຍສານເຄມີທີ່ທຳລາຍ ຊັ້ນໂອໂຊນເຫັນຄວາມສຳຄັນ ຂອງຊັ້ນໂອໂຊນ ໂດຍສະເພາະ ການປະຕິບັດພັນທະ ຈຶ່ງໄດ້ດຳ ເນີນການຄວບຄຸມ ເພື່ອຫຼຸຸດ ຜ່ອນການນຳໃຊ້ສານ HCFCs ໃນຂະແໜງການຕ່າງໆບໍ່ໃຫ້ ປະລິມານທີ່ກຳນົດໄວ້ໃນ ອະນຸສັນຍາ ມົງເຣອານຕັ້ງແຕ່ ປີ 2013 ເຖິງປີ 2015 ຫຼຸຸດໄດ້ 10% ຂອງປີ 2010 ຫຼື ເທົ່າ ກັບ 36,5 ໂຕນ ແລະ ປີ 2016 ເທົ່າກັບ 36,99 ໂຕນ ສຳລັບປີ 2020 ຈະຫຼຸຸດໃຫ້ໄດ້ 35% ແລະ ຕ້ອງສືບຕໍ່ຫຼຸຸດ, ຜ່ານການ ນຳເຂົ້າຈົນເຖິງຂັ້ນຢຸດຕິການ ນຳເຂົ້າໃຫ້ໄດ້ 100% ໃນວັນທີ 1 ມັງກອນ ປີ 2040. 


ທີ່ມາ: ເສດຖະກິດ-ການຄ້າ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.