Header Ads

ກອງປະຊຸມສຳ​ມະ​ນາ​ລະດົມ​ຄວາມ​ຄິດເຫັນ​ຕໍ່​ແຜນ​ວຽກ​ຕໍ່ໜ້າທີ່​ຕິດ​ພັນກັບ​ໂຄງການ​ປະຕິສັງຂອນ​ພິ​ພິ​ທະພັນ​ພະ​ທາດຫຼວງ ເຊິ່ງຍັງ​ເຫຼືອຄໍາ 9 ກິ​ໂລ ໃນການປະຕິສັງຂອນພະທາດຫຼວງ.



ກອງປະຊຸມສຳ​ມະ​ນາ​ລະດົມ​ຄວາມ​ຄິດເຫັນ​ຕໍ່​ແຜນ​ວຽກ​ຕໍ່ໜ້າ ​ທີ່​ຕິດ​ພັນກັບ​ໂຄງການ​ປະຕິສັງຂອນ​ພິ​ພິ​ທະພັນ​ພະ​ທາດຫຼວງ ຄັ້ງ​ທີ IV ໄດ້ຈັດ​ຂຶ້ນ​ວັນ​ທີ 15 ກັນຍາ 2017 ຢູ່​ຫໍ​ທຳ​ມະ​ສະພາພະ​ທາດຫຼວງ ໂດຍ​ມີ​ພະ​ອາຈານ ເວດ ມະ​ເສ​ໃນ ຮອງ​ປະທານ​ສູນ​ກາງ​ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ (​ອພສ) ຮອງ​ປະທານ​ຄະນະ​ຮັບຜິດ​ຊອບ​ລະດັບ​ຊາດ ເພື່ອ​ປະຕິ​ສັງຂອນ​ພິ​ພິ​ທະ​ພັນ​ພະ​ທາດຫຼວງ ທ່ານ ສີ​ຫຸນ ສິດທິ​ລື​ໄຊ ຮອງ​ເຈົ້າຄອງ​ນະຄອນຫຼວງ ຮອງ​ປະທານ ຄະນະ​ກຳມະການ​ປະຕິສັງຂອນ ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າ​ພະ​ແນກ ຖວທ ນວ ພ້ອມດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.






ໂຄງການ​ປະຕິສັງຂອນ​ພິ​ພິທະ​ພັນ​ພະ​ທາດຫຼວງ ຄັ້ງ​ທີ IV ປະກອບ​ມີ 8 ກິດຈະກຳ ມູນ​ຄ່າ 12,82 ຕື້​ກວ່າ​ກີບ ຜ່ານ​ການ​ລະດົມ​ວັດຖຸ​ປັດ​ໄຈ​ຈາກ​ພາກສ່ວນຕ່າງໆ​ໃນ​ສັງຄົມ​ ສາມາດ​ລະດົມຄຳ​ໄດ້ 23 ກວ່າ​ກິ​ໂລ ແລະ ເງິນ 6 ຕື້​ກວ່າ​ກີບ ໄດ້​ດຳເນີນ​ການ​ປະຕິ​ສັງ​ຂອນ​ແຕ່​ວັນ​ທີ 4 ກັນຍາ 2016 ພາຍຫຼັງ​ໄຂ​ພິທີ​ດຳເນີນໂຄງການ​ແລ້ວ ກໍ່​ໄດ້​ອັງ​ເຊີນ​ຍອດຊໍ່​ຄຳ 9 ກິ​ໂລ 9 ບາດ ຂຶ້ນ​ປະດິດສະຖານ​ສູ່​ຍອດ​ພະ​ທາດຫຼວງ ວັນທີ 31 ຕຸລາ 2016 ແລະ ວັນ​ທີ 8 ເມສາ 2017 ໄດ້​ມີ​ພິທີ​ຍົກ​ຍອດຄຳ​ຂຶ້ນ​ປະດິດສະຖານ​ສູ່​ຍອດດວງປີ​ພະທາດ​ປາລະມີ 30 ທາດ ແລະ ພະທາດ​ສີ​ທຳ​ມະ​ຫາຍ​ໂສກ ປັດຈຸບັນ ຄຳ​ທີ່​ໄດ້​ຈາກ​ການ​ປະກອບ​ສ່ວນ​ຂອງ​ພາກສ່ວນ​ຕ່າງໆ ຍັງ​ເຫຼືອ 9 ກິ​ໂລ 28,4 ບາດ 3,8 ຫຸນ ແລະ 7,22 ກຼາມ ແຕ່​ເງິນຍັງ​ບໍ່​ພໍ 6 ຕື້​ກວ່າ​ກີບ.



ທ່ານ ສີ​ຫຸນ ສິດທິ​ລື​ໄຊ ກ່າວ​ວ່າ: ເພື່ອ​ເຮັດ​ໃຫ້ການ​ກະກຽມ​ດຳເນີນ​ແຜນການ​ສະເຫຼີມສະຫຼອງ ​ຜົນສຳເລັດ​ໂຄງການ​ປະຕິ​ສັງ​ຂອນ​ພິ​ພິ​ທະ​ພັນ​ພະທາດຫຼວງ ຄັ້ງ​ທີ IV ປະສົບ​ຜົນສຳເລັດ ແລະ ເປັນ​ເອກະ​ພາບ ຮຽກຮ້ອງມາ​ຍັງ​ຜູ້​ເຂົ້າ​ຮ່ວມ​ສຳ​ມະ​ນາ​ຄັ້ງ​ນີ້ ປະກອບ​ຄຳ​ຄິດ​ເຫັນ​ຊ່ວຍ​ຕໍ່​ຄຳ​ທີ່ຍັງ​ເຫຼືອ ວ່າ​ຈະ​ຫຼໍ່​ເປັນ​ພະ​ພຸດ​ທະຮູບ​ຄຳ ເພື່ອ​ຮັກສາ​ໄວ້​ເປັນ​ມໍ​ລະດົກ​ຢູ່​ຄູ່​ກັບ​ພະ​ທາດຫຼວງ ຫຼື ຈະສືບຕໍ່​ເອົາ​ຂຶ້ນ​ໂອບ​ຈອມ​ພະທາດ ໃນ​ຖ້ານ​ຖັດ​ລົງ​ມາ ສະເໜີ​ແນວຄວາມ​ຄິດ​ກ່ຽວ​ກັບ​ການ​ສ້າງຖ້ານ​ອັດທະຈັນ​ສຳລັບ​ນັ່ງ​ຊົມ ພິທີແຮ່​ຜາສາດ​ເຜິ້ງ ສ້າງ​ຫ້ອງ​ນ້ຳ​ສະອາດ​ເພື່ອ​ຮັບ​ໃຊ້​ຜູ້​ແທນ ກໍ່​ຄືນັກທ່ອງ​ທ່ຽວ ແລະ ແຜນການ​ຈັດ​ພິທີ​ສົມໂພດ ແລະ ການ​ສະເຫຼີມສະຫຼອງ​ຜົນສຳເລັດ​ໂຄງການ​ປະຕິ​ສັງ​ຂອນ​ພິ​ພິ​ທະ​ພັນ​ພະທາດຫຼວງ ຄັ້ງ​ທີ IV ໄປ​ພ້ອມໆ​ກັບການ​ຈັດ​ພິທີ​ປະກາດ​ປີ​ທ່ອງ​ທ່ຽວລາວ 2018.


ທີ່ມາ: ວຽງຈັນໃຫມ່
© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.