Header Ads

ຂ່າວຊ໊ອກວົງການດາລາໄທ “ດາລາສາວ ເອມີ ອາມາເຣຍ” ຖືກຕຳຫຼວດຈັບຂະນະເສບຢາກັບແຟນຄາເຮືອນ!



ວັນທີ 19 ກັນຍາ 2017 ເຈົ້າໜ້າທີ່ຕໍາຫຼວດນໍາກໍາລັງບຸກຈັບກຸມ ນາງ ອາເມເຣຍ ຈາຄອບ ຫຼື  ເອມີ ອາຍຸ 28 ປີ ເຊິ່ງເປັນອາດີດດາລານັກສະແດງສາວຊື່ດັງ ແລະ ຍັງເປັນຜູ້ເຂົ້າປະກວດມິສທິນໄທແລນ 2006 ພ້ອມກັບມີຜົນງານທີ່ຫຼາກຫຼາຍບໍ່ວ່າຈະເປັນລະຄອນດັງ, ຮູບເງົາ ແລະ ການເດີນແບບ ເຊິ່ງລະຄອນທີ່ສ້າງຊື່ໃຫ້ ເອມີ ອາມາເຣຍ ແມ່ນລະຄອນ “ທິດາວານອນ” ອອກອາກາດທາງຊ່ອງ 7 ດັງຈົນເກີດເປັນວ່າລີ “ແມ່ມາ! ແມ່ມາ!” ທົ່ວປະເທດໄທ.







ນາງ ອາເມເຣຍ ຈາຄອບ ຖືກຈັບພ້ອມຂອງກາງໄອຊ 70 ກຣັມ ແລະ ຢາອີ 16 ເມັດ ທີ່ເຮືອນພັກທີ່ສຸຂາພິບານ 4 ໃນກາງເລິກເມື່ອຄືນນີ້ ພາຍຫຼັງທີ່ເຈົ້າໜ້າທີ່ສືບຊາບວ່າດາລາສາວ ເອມີ ມີພຶດຕິກໍາກ່ຽວຂ້ອງກັບຢາເສບຕິດ.​  ຂໍ້ມູນຂ່າວລະບຸວ່າຜູ້ຕ້ອງຫາໃຫ້ການກັບເຈົ້າໜ້າທີ່ແບບກັບໄປກັບມາ (ສັບສົນ) ໂດຍໃຫ້ການວ່າ ຢາເສບຕິດດັ່ງກ່າວມີໄວ້ເສບເທົ່ານັ້ນ ແຕ່ທາງເຈົ້າໜ້າທີ່ກໍາລັງສອບສວນຢ່າງໜັກ ແລະ ກຽມຖະແຫຼງຂ່າວໃນໄວໆນີ້. 









ການປະຕິບັດການຈັບກຸມໃນຄັ້ງນີ້ ເຈົ້າໜ້າທີ່ໄດ້ທໍາການລໍ້ຊື້ຢາຈາກແຟນສາວ ເອມີ ຂະນະທີ່ຖືກຈັບ ໂດຍໃຫ້ການວ່າມີໄວ້ເສບຢ່າງດຽວ ແຕ່ຕອນຫຼັງສາລະພາບຕື່ມວ່າມີການຂາຍຢາເສບຕິດພ້ອມ   ເຊິ່ງໃນຂະນະທີ່ເຈົ້າໜ້າທີ່ນໍາກໍາລັງບຸກເຂົ້າກວດຄົ້ນເຮືອນພັກນັ້ນພົບ ເອມີ ກໍາລັງເສບຢາຢູ່ ຈິ່ງຖືກທໍາການຈັບກຸມໂຕພ້ອມຂອງກາງ ແລະ ອຸປະກອນເສບຢາ. 






ທີ່ມາ: ໄທຣັດ/ຂ່າວສົດ/Perdjai 
© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.