Header Ads

ກຽມຕິດຕັ້ງລະບົບເກັບຄ່າທໍານຽມ ຜ່ານດ່ານສາກົນວັງເຕົ່າ ເພື່ອເອົາເງິນເຂົ້າລັດ


ແຂວງຈໍາປາສັກ ໄດ້ອະນຸຍາດໃຫ້ບໍລິສັດວິຄອມເທັກໂນໂລຊີ ຈໍາກັດຜູ້ດຽວ ເປັນຜູ້ດໍາເນີນການສຶກສາສໍາຫລວດ, ເກັບກໍາຊໍ້ມູນໃນການຕິດຕັ້ງລະບົບເກັບເງິນຄ່າທໍານຽມລົດຜ່ານແດນ ແລະ ຄ່າທໍານຽມຄົນເຂົ້າອອກເມືອງດ້ວຍລະບົບທັນສະໄໝ ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ.







ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ມີຂຶ້ນໃນວັນທີອາທິດຜ່ານມາ, ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ, ຕ່າງໜ້າອໍານາດການປົກຄອງແຂວງຈໍາປາສັກ ລົງນາມໂດຍທ່ານ ສາຍທອງ ໄຊຍະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ກັບ ທ່ານ ວຽງໄຊ ບູ່ຕາວົງ ຜູ້ອໍານວຍການບໍລິສັດ ວິຄອມເທັກໂນໂລຊີ ຈໍາກັດຜູ້ດຽວ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບົວສອນ ວົງສອນຄອນ ຮອງເຈົ້າແຂວງໆຈໍາປາສັກ.
ແຂວງຈໍາປາສັກ ໄດ້ເອົາໃຈໃສ່ໃນການປັບປຸງລະບົບການເກັບເງິນຄ່າທໍານຽມລົດຜ່ານແດນ ແລະ ຄ່າທໍານຽມຄົນເຂົ້າ-ອອກເມືອງ ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໃຫ້ມີຄວາມສະດວກທັນສະໄໝ, ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນການເກັບລາຍຮັບເຂົ້າງົບປະມານ. ດັ່ງນັ້ນອຳນາດການປົກຄອງແຂວງຈຳປາສັກ ຈິ່ງເລືອກບໍລິສັດວິຄອມເທັກໂນໂລຊີ ຈໍາກັດຜູ້ດຽວ ເນື່ອງຈາກວ່າບໍລິສັດດັ່ງກ່າວເປັນບໍລິສັດທີ່ມີປະສົບການກ່ຽວກັບໄອທີ, ສະໜອງ ແລະ ພັດທະນາຊອບແວ, ຮາດແວ ທີ່ມີຈຸດປະສົງຢາກມາພັດທະນາໂຄງການດັ່ງກ່າວໃຫ້ມີການພັດທະນາດີຂຶ້ນ ທັງເປັນການຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.



ທີ່ມາ: ເສດຖະກິດ-ການຄ້າ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.