Header Ads

ກອງປະຊຸມ ວິຊາການ ໃນຫົວຂໍ້ ສື່ມວນຊົນລາວ ໃນຍຸກດີຈີຕອນ



ໃນວັນທີ 19 ກັນຍານີ້ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໄດ້ຈັດກອງປະຊຸມ ວິຊາການ ໃນຫົວຂໍ້ ສື່ມວນຊົນລາວ ໃນຍຸກດີຈີຕອນ, ຂຶ້ນ ທີ່ໂຮງແຮມ ລ້າງຊ້າງ ນະຄອນຫລວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ສະຫວັນຄອນ ຣາດຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳແລະທ່ອງທ່ຽວ, ມີ ຕາງໜ້າຈາກຂະແຫນງການສື່ມວນຊົນ ຂັ້ນສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.



ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ປຶກສາຫາລື ແລະແລກປ່ຽນຄວາມຮູ້, ບົດຮຽນ ດ້ານການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີການກະຈາຍພາບແລະສຽງ ໃນລະບົບດີຈີຕອນ, ການນຳໃຊ້ເຕັກໂນໂລຊີດີຈີຕອນໃນວຽກງານຖະແຫລງຂ່າວ-ສື່ມວນຊົນ ຈະສ້າງໂອກາດໃຫ້ປະເທດເຮົາໃນການພັດທະນາເທົ່າທຽມກັບປະເທດອື່ນ ແລະສາມາດເຊື່ອມໂຍງກັບສາກົນ ທັງເປັນການຍົກປະສິດທິພາບ ໃຫ້ວຽກງານສື່ມວນຊົນກາຍເປັນອຸດສະຫະກຳໃນອະນາຄົດ.



ທ່ານ ສະຫວັນຄອນ ຣາດຊະມົນຕີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຫລາຍຕໍ່ຂະແຫນງພວກເຮົາ ເພາະເຕັກໂນໂລຊີ ດີຈີຕອນ ບໍ່ສະເພາະແຕ່ກະຈາຍພາບ-ສຽງ ແລະຂໍ້ມູນຂ່າວສານເທົ່ານັ້ນ ມັນຍັງເຊື່ອມສານກັບທຸກວຽກງານການພັດທະນາ ແລະຊີວິດປະຈຳວັນ ຂອງບຸກຄົນໃນຍຸກນີ້ອ ເຊິ່ງພວກເຮົາຕ້ອງຮູ້ທັນກັບການປ່ຽນແປງທີ່ຈະເກີດຂຶ້ນ ແລະຮູ້ນຳໃຊ້ການລະໂອກາດ, ນຳໃຊ້ເຕັກໂນໂລຊີ ການກະຈາຍສຽງ, ກະຈາຍພາບ ແລະນຳໃຊ້ພາຫະນະອື່ນໆຢ່າງມີປະສິດທິຜົນສູງ.


ການປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ຟັງແລະປຶກສາກັນໃນຫລາຍຫົວຂໍ້ ໂດຍສະເພາະ ພື້ນຖານລະບົບເຕັກໂນໂລຊີ ຂອງສື່ມວນຊົນ ແລະວິໃສທັດການພັດທະນາໃນອະນາຄົດ ຈາກທ່ານໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ ວິທະຍຸແຫ່ງຊາດລາວ, ເຕັກໂນໂລຊີ ດີຈີຕອນ ແລະການປ່ຽນແປງ ຈາກລະບົບອານາລອກສູ່ດີຈີຕອນ, ສະເໜີໂດຍ ທ່ານ ວິນລຽມ ສຸວັນນາມ ຮອງຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດ, ລະບົບໂທລະພາບດີຈີຕອນແບບ ດີທີບີເອັມ ຈາກວິຊາການບໍລິສັດ ແອວດີທີວີ, ການນຳໃຊ້ເຕັກໂນໂລຊີດີຈີ ຕອນ ຈາກວິຊາການ ບໍລິສັດລາວແຊັດ ແລະຫົວຂໍ້ອື່ນໆ ອີກຈຳນວນໜຶ່ງ.


ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.