Header Ads

ສະຫະລັດອາເມລິກາ ຮ່ວມກັບ ລັດຖະບານ ສປປ ລາວ ສ້າງຄວາມເຂັ້ມແຂງ ການສະທຶນສະໜອງ ດ້ານການບິນ



ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 20 ກຸມພາ, ເຈົ້າຫນ້າທີ່ຈາກ ລັດຖະບານ ສປປ ລາວ ລວມທັງ ສະຫະລັດອາເມລິກາ, ສສ ຫວຽດນາມ ແລະ ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆປະມານ 40 ທ່ານ ໄດ້ເຂົ້າຮ່ວມງານສຳມະນາ ກ່ຽວກັບ ສົນທິສັນຍາເຄັບທາວ Cape Town Convention ເພື່ອປຶກສາຫາລື ແນວທາງການປະຕິບັດທີ່ດີທີ່ສຸດເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນຍາກາດທາງດ້ານທຸລະກິດ ທີ່ກ່ຽວຂ້ອງກັບຜູ້ຖືກຳມະສິດເປັນເຈົ້າຂອງເຮືອບິນ ແລະ ການສະໜອງທຶນ ຢູ່ໃນ ສປປ ລາວ. ງານສຳມະນາໃນຄັ້ງນີ້ແມ່ນຈັດຂື້ນໂດຍ ສະຖານທູດສະຫະລັດອາເມລິກາຮ່ວມກັບ ພະແນກການບີນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ຮັບການ ສະໜັບໜູນຈາກ ບໍລິສັດ General Electric (GE) ແລະ ໂບອິ້ງ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ສັນຕິສຸກ ສີມມະລາວົງ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດເປີດງານສໍາມະນາທີ່ດຳເນີນເປັນເວລາໜຶ່ງມື້ເຕັມຢູ່ທີ່ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມໃຫ້ຜູ້ເຂົ້າຮ່ວມຈາກພາກລັດຖະບານ, ຜູ້ຊ່ຽວຊານດ້ານກົດໝາຍ ແລະ ຜູ້ນຳດ້ານທຸລະກິດ ເພື່ອຍາດເອົາໂອກາດໃນການສ້ງຄວາມເຂັ້ມແຂງໃຫ້ແກ່ບັນຍາກາດທາງດ້ານທຸກິດ ແລະ ເພື່ອຂະຫຍາຍຄວາມເຕີບໂຕຂອງອຸດສາຫະກຳການບິນ ໃນ ສປປ ລາວ .

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ກ່າວວ່າ: ສົນທິສັນຍາເຄັບທາວ ແມ່ນໃຫ້ຜົນປະໂຫຍດແກ່ທຸກໆຟ່າຍ. ຜູ້ດຳເນີນການສາມາດຊື້ ຫຼື ເຊົ່າເຮືອບິນໃນລາຄາທີ່ຖືກລົງຫຼາຍ ນອກນີ້ ຜູ້ຜະລິດເຮືອບິນ ແລະ ຜູ້ໃຫ້ເຊົ່າ ຍັງສາມາດເຂົ້າເຖິງ ໂອກາດຂອງຕະຫຼາດໃຫມ່ ໂດຍມີຄວາມສ່ຽງໜ້ອຍລົງ. ທ່ານ ຍັງໄດ້ກ່າວໃນງານຕື່ມອີກວ່າ: ການລົງນາມໃຫ້ສັດຕະຍາບັນໃນ ສົນທິສັນຍາເຄັບທາວ ແມ່ນຄວາມພະຍາຍາມ ແລະ ຫົນທາງທີ່ຖືກຕ້ອງ ສໍາລັບບັນດາປະເທດ ໃນການເສີມຂະຫຍາຍ ຂະແໜງການບິນ ແລະ ຍັງເປັນການປະຢັດຄ່າໃຊ້ຈ່າຍນຳອິກ. ພ້ອມນີ້ຍັງເປັນການສົ່ງເສີມການທ່ອງທ່ຽວ ແລະ ສົ່ງເສີມການເຊື່ອມໂຍງໃນພາກພື້ນໃຫ້ຫຼາຍຂຶ້ນ. ຍ້ອນເຫດຜົນດັ່ງກ່າວ, ຈຶ່ງມີຫຼາຍກວ່າ 70 ປະເທດ ທີ່ເປັນພາຄີໃນສົນທິສັນຍາສະບັບນີ້ ເຊິ່ງລວມເອົາເຖິງບັນດາປະເທດໃນອາຊຽນ ເຊັ່ນ: ມຽນມ້າ, ສສ ຫວຽດນາມ, ມາເລເຊຍ, ສິງກະໂປ ແລະ ອິນໂດເນເຊຍ.


ນອກຈາກເຈົ້າຫນ້າທີ່ຈາກພາກລັດແລ້ວ, ຍັງມີບັນດາຜູ້ນຳທາງດ້ານທຸລະກິດຈາກຫຼາຍປະເທດໄດ້ເຂົ້າຮ່ວມ ເຊິ່ງລວມມີ 10 ພາກສ່ວນເອກະຊົນທີ່ເປັນສະມາຊິກຈາກ ສປປລາວ ເຊັ່ນ: ບັນດາທະນາຄານ, ບໍລິສັດກົດໝາຍ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ນອກນັ້ນຍັງມີບັນດາຜູ້ບັນຍາຍທີ່ມາຈາກ ໜ່ວຍງານບໍຫານການບິນພົນລະເຮືອນຂອງ ສະຫະລັດ ອາເມລິກາ U.S. Federal Aviation Administration (FAA), ການບິນພົນລະເຮືອນຈາກ ສສ ຫວຽດນາມ, ຜູ້ຊ່ຽວຊານດ້ານກົດໝາຍ, ບໍລິສັດກົດໝາຍສິງກະໂປ ແລະ ຜູ້ຊຳນານການສະເພາະດ້ານຈາກບໍລິສັດໂບອີ້ງ ແລະ ບໍລິສັດ GE.    ທ່ານ Jeffrey Wool ເລຂາທິການໃຫຍ່ຄະນະ ກຸ່ມເຮັດວຽກດ້ານການບິນພົນລະເຮືອນ ຍັງໄດ້ໂທເຂົ້າມາຮ່ວມສົນທະນາໃນງານໃນຄັ້ງນີ້ອີກດ້ວຍ.
ຂໍ້ມູນເພີ່ມເຕີມ: US Embassy Vientiane  
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.