Header Ads

ກົມການຄ້າພາຍໃນລົງແຂວງຄໍາມ່ວນ ກວດກາຕະຫຼາດເພື່ອຊຸກຍູ້ໃຫ້ໄດ້ມາດຕະຖານ



ໃນຕອນເຊົ້າຂອງວັນທີ 14 ມີນາ 2019 ທີ່ຜ່ານມາ ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ນໍາໂດຍ ທ່ານ ນາງ ພວງຜະກາ ອຸດົມ ຮອງຫົວໜ້າກົມການຄ້າພາຍໃນ ໄດ້ຈັດກອງປະຊຸມວຽກງານຄຸ້ມຄອງ ແລະ ພັດທະນາຕາໜ່າງການຄ້າ ທີ່ແຂວງຄຳມ່ວນ ຊຸກຍູ້ເພື່ອການສ້າງຕະຫຼາດໃຫ້ໄດ້ມາດຕະຖານ ຕາມຂໍ້ຕົກລົງວ່າດ້ວຍຕະຫຼາດ ປະຈໍາປີ 2019, ເຂົ້າຮ່ວມມີ ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ວິລ່ຽມ ສຸວັນມະນີ ຕາງໜ້າເຈົ້າຂອງຕະຫຼາດສຸກສົມບູນ ( ຫຼັກ 3 ), ມີຄະນະກໍາມະການຄຸ້ມຄອງຕະຫຼາດ ( ຂະແໜງການເສດຖະກິດທີ່ກ່ຽວຂ້ອງ ) ຕະຫຼອດເຖິງພະນັກງານທີ່ກ່ຽວຂ້ອງຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ບັນດາເຈົ້າຂອງຕະຫຼາດພາຍໃນແຂວງ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຂວງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ທອງໄຊ ມັງໜໍ່ເມກ ແມ່ນໄດ້ລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ຫຼັງຈາກນັ້ນ, ທ່ານ ນາງ ພວງຜະກາ ອຸດົມ ກໍໄດ້ແນະນໍາກ່ຽວກັບການອອກອະນຸຍາດດໍາເນີນທຸລະກິດ, ການດໍາເນີນທຸລະກິດຂາຍກົງ, ສະມາຄົມເສດຖະກິດຕາມດໍາລັດ 238 / ລບ ແລະ ສະພາການຄ້າຕ່າງປະເທດ. ຈາກນັ້ນ, ທ່ານ ພິດລືເດດ ວົງວັດ ຫົວໜ້າພະແນກຄຸ້ມຄອງ ແລະ ພັດທະນາຕາໜ່າງການຄ້າ ກໍໄດ້ແນະນໍາການສ້າງຕະຫຼາດມາດຕະຖານຕາມຂໍ້ຕົກລົງ ວ່າດ້ວຍຕະຫຼາດເລກທີ 0903 / ອຄ.ຄພນ ລົງວັນທີ 20 ພຶດສະພາ 2013 ລວມເຖິງຂັ້ນຕອນ, ເອກະສານ ແລະ ບົດບັນທຶກໃນການກວດກາຕະຫຼາດ ແລະ ແນະນໍາຮ່າງກົດລະບຽບຂອງຕະຫຼາດ.
ທ່ານ ວິລ່ຽມ ສຸວັນມະນີ ຕາງໜ້າເຈົ້າຂອງຕະຫຼາດສຸກສົມບູນ ກໍໄດ້ລາຍງານຫຍໍ້ກ່ຽວກັບສະພາບທົ່ວໄປຂອງຕະຫຼາດ, ການບໍລິຫານຕະຫຼາດ, ສະພາບການຊື້ – ຂາຍ ຕະຫຼອດເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການບໍລິຫານຕະຫຼາດ ເຊິ່ງຕະຫຼາດສຸກສົມບູນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1993 ພາຍຫຼັງສໍາເລັດການກໍສ້າງແລ້ວກໍໄດ້ເປີດໃຫ້ຜູ້ປະກອບການຄ້າຂາຍພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດໄດ້ນໍາເອົາສິນຄ້າປະເພດຕ່າງໆຂອງຕົນມາວາງຂາຍ ເຊິ່ງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການແກ່ຜູ້ຊື້ ແລະ ຜູ້ຂາຍໄດ້ດີພໍສົມຄວນ.


ພາຍຫຼັງທີ່ຕາງໜ້າເຈົ້າຂອງຕະຫຼາດສຸກສົມບູນ ໄດ້ລາຍງານຫຍໍ້ກ່ຽວກັບສະພາບທົ່ວໄປຂອງຕະຫຼາດແລ້ວ ທ່ານຮອງຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຄະນະກໍາມະການຄຸ້ມຄອງຕະຫຼາດ ໂດຍມີຂະແໜງການເສດຖະກິດທີ່ກ່ຽວຂ້ອງ ເຊັ່ນ: ຕາງໜ້າຈາກພະແນກວິທະຍາ ສາດ – ເຕັກໂນໂລຊີ, ພະລັງງານ – ບໍ່ແຮ່, ສາທາລະນະສຸກ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປກສ, ກະສິ ກໍາ – ປ່າໄມ້ ແລະ ອື່ນໆ ທີ່ລະບຸຢູ່ໃນຂໍ້ຕົກລົງແຕ່ງຕັ້ງ ລວມເຖິງພະນັກງານວິຊາການທີ່ກ່ຽວຂ້ອງຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ກໍໄດ້ລົງໄປຕະຫຼາດຕົວຈິງ ແລະ ນໍາພາກວດກາຕະຫຼາດເພື່ອຊຸກຍູ້ໃຫ້ໄດ້ມາດຕະຖານ. ນອກຈາກການລົງໄປເບິ່ງສະພາບຄວາມເປັນຈິງຂອງຕະຫຼາດແລ້ວ ທາງຄະນະກໍາມະການຍັງໄດ້ມີການສະຫຼຸບຕີລາຄາ ແລະ ປະເມີນຜົນຂອງການລົງກວດກາຕົວຈິງ ວ່າຍັງມີຂອດໃດທີ່ຈະຕ້ອງໄດ້ຊຸກຍູ້ໃຫ້ເຈົ້າຂອງຕະຫຼາດປັບປຸງ, ແກ້ໄຂ ເພື່ອໃຫ້ຕາມເງື່ອນໄຂ, ມາດຖານຈໍານວນ 18 ຂໍ້ ທີ່ກົມການຄ້າພາຍໃນຂອງກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ ໃນເມື່ອສ້າງໄດ້ຕະຫຼາດຕົວແບບທີ່ໄດ້ມາດຕະຖານແລ້ວ ແມ່ນຈະໄດ້ຜັນຂະຫຍາຍໄປສູ່ຕະຫຼາດແຫ່ງອື່ນໆພາຍໃນແຂວງຕໍ່ໄປ. ຂ່າວ – ພາບ : ແດງສະຫວັດ ແສນພານິດ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.