Header Ads

ປະຊາຊົນແຂວງຫຼວງນໍ້າທາ ໄດ້ຮັບຄ່າທົດແທນແລ້ວ ປະມານ 50% ຈາກໂຄງການລົດໄຟ ລາວ - ຈີນ



ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດ ລະບຸວ່າ: ໂຄງການທາງລົດໄຟລາວ - ຈີນ ເລີ່ມແຕ່ບໍ່ເຕັນ ( ຊາຍແດນລາວ-ຈີນ ) ຫານະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ ເຊິ່ງມີແລວທາງລົດໄຟຜ່ານແຂວງຫຼວງນໍ້າທາ 16,9 ກິໂລແມັດ, ໃນນັ້ນປະກອບມີ 2 ສະຖານີຄື : ສະຖານີບໍ່ເຕັນ ເປັນສະຖານີນ້ອຍສຳລັບໂດຍສານ ແລະ ສະຖານີນາເຕີຍ ເປັນສະຖານີໃຫຍ່ສຳລັບປ່ຽນຖ່າຍສິນຄ້າ, ຂົວໃຫຍ່ ຈຳນວນ 7 ແຫ່ງ, ອຸບໂມງ3 ແຫ່ງຄື : ອຸບໂມງມິດຕະພາບລາວ - ຈີນ, ອຸບໂມງບໍ່ເຕັນ ແລະ ອຸບໂມງຕີນຕົກ.



ໂຄງການທາງລົດໄຟລາວ - ຈີນ ແມ່ນໄດ້ເລີ່ມຕົ້ນລົງມືກໍ່ສ້າງມາແຕ່ປີ 2017 ແລະ ມີຄວາມຄືບໜ້າເປັນກ້າວໆມາເຊັ່ນ : ການເຈາະອຸບໂມງ, ການບຸກເບີກເນື້ອທີ່ ແລະ ການໄກ່ເກັ່ຍຜົນກະທົບ, ການເບີກຈ່າຍຄ່າທົດແທນໃຫ້ແກ່ປະຊາຊົນ ແມ່ນມີຄວາມຄືບໜ້າ ແລະ ເປັນໄປຕາມຂໍ້ກຳນົດທີ່ໄດ້ຕົກລົງກັນລະຫວ່າງທັງສອງຝ່າຍ :



ທ່ານ ທອງແດງ ສິດທິສົນ ຮອງເຈົ້າເມືອງຫຼວງນໍ້າທາ, ກຳມະການຄະນະໄກ່ເກັ່ຍຜົນກະທົບ ແລະ ທັງເປັນຄະນະເບີກຈ່າຍໂຄງການກໍ່ສ້າງທາງລົດໄຟລາວ - ຈີນ ໄລຍະຜ່ານແຂວງຫຼວງນໍ້າທາ ໄດ້ໃຫ້ສໍາພາດວ່າ : ການຈັດຕັ້ງປະຕິບັດວຽກງານໄກ່ເກ່ຍ, ທົດແທນ ແລະ ຍົກຍ້າຍຈັດສັນປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃນຂອບເຂດແຂວງຫລວງນ້ຳທາ ເຊິງມີປະຊາຊົນ 4 ບ້ານໄດ້ຮັບຜົນກະທົບຄື: ບ້ານບໍ່ເຕັນ, ຕີນຕົກ, ບໍ່ປຽດ ແລະ ນາເຕີຍ, ລວມທັງໝົດ 317 ຄອບຄົວ, ມູນຄ່າ 168 ຕຶ້ກວ່າກີບ. 



ມາຮອດປະຈຸບັນ, ແຂວງຫລວງນ້ຳທາ ໄດ້ຮັບງົບປະມານຈາກບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ 3 ງວດ ເປັນເງິນຈຳນວນ 83 ຕື້ກວ່າກີບ, ໂດຍໄດ້ເບີກຈ່າຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈຳນວນ 144 ຄອບຄົວ ເທົ່າກັບ 47 % , ມູນຄ່າ 76 ຕື້ກວ່າກີບ ແລະ ມີແຜນທີ່ຈະຊົດ ເຊີຍຕື່ມອີກ ຫາກໄດ້ຮັບງົບປະມານໃນງວດທີ 4 ອີກຈຳນວນ 44 ຄອບຄົວ, ມູນຄ່າ 30 ຕື້ກວ່າກີບ ພາຍຫຼັງທີ່ໄດ້ຮັບງົບປະມານຈາກບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໃນໄລຍະອັນໄກ້ໆນີ້.

ທ່ານ ທອງແດງ ສິດທິສົນ ຍັງໃຫ້ຮູ້ຕື່ມອີກວ່າ : ຫຼັງຈາກທີ່ມີໂຄງການທາງລົດໄຟລາວ - ຈີນເຂົ້າມາ ກໍ່ເຮັດໃຫ້ເສດຖະກິດໃນແຂວງຫຼວງນໍ້າທາ ນັບມື້ນັບດີຂຶ້ນເທື່ອລະກ້າວ, ໂດຍສະເພາະແມ່ນທຸລະກິດດ້ານຮ້ານອາຫານ, ເຮືອນພັກ, ແລະ ໂຮງແຮມຕ່າງໆ ລວມໄປເຖິງຂອດການຜະລິດສະບຽງອາຫານເພື່ອປ້ອນໃຫ້ແກ່ແຮງງານທີ່ເຂົ້າມາ ກໍ່ນັບມື້ເພີ່ມ ຂຶ້ນ ແລະ ຍັງເປັນການຊ່ວຍໃຫ້ຄົນໃນທ້ອງຖິ່ນມີວຽກເຮັດງານທຳ ຕື່ມອີກ.




ສ່ວນແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າແມ່ນຈະໄດ້ສືບຕໍ່ປຸກລະດົມ ແລະ ອະທິບາຍເຫດຜົນຕ່າງໆໃຫ້ແກ່ຄອບຄົວຜູ້ທີ່ບໍ່ທັນມອບພື້ນທີ່ໃຫ້ກັບໂຄງການ ກໍ່ຄື ຄອບຄົວຂອງທ້າວ ໄໝ່ເສົາ ແລະ ທ. ລິດຖີ ຢູ່ບ້ານບໍ່ເຕັນ, ກະກຽມຍົກຍ້າຍໂຮງງານຜະລິດເຈັ້ຍຂອງບໍລິສັດ LS ຢູ່ບ້ານນາເຕີຍ ເພື່ອມອບພື້ນທີ່ໃຫ້ແກ່ໂຄງການໄດ້ກໍ່ສ້າງໃຫ້ໄດ້ລົງມືກໍ່ສ້າງກ່ອນລະດູຝັນທີ່ຈະມາເຖິງນີ້. ພາບ-ຂ່າວ: Lao National Radio 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.