Header Ads

5 ນັກຂຽນລາຍໄດ້ຫຼາຍທີ່ສຸດໃນໂລກ

ເຊື່ອວ່າຫຼາຍຄົນຄົງຄິດແລະເຂົ້າໃຈວ່າການຂຽນໜັງສືຈັກເຫຼັ້ມຂາຍນັ້ນອາດບໍ່ເຮັດໃຫ້ລໍ້າລວຍ ຫຼື ໄສ້ແຫ້ງແນ່ນອນ ແຖມຍັງຕ້ອງແບກຫາບພາລະຄ່າຈັດພິມຈາກໂຮງພິມອີກຕາງຫາກ ເຊິ່ງລາຍຮັບທີ່ຄາດວ່າຈະໄດ້ມາອາດບໍ່ສົມກັບການລົງທຶນທາງດ້ານເຫື່ອແຮງ,ເວລາ,ສະຕິປັນຍາ ແລະ ການລົງທຶນຊໍ້າ. ມື້ນີ້ທີມງານ tonamcha.com ພາທຸກທ່ານມາຮູ້ຈັກ 5 ນັກຂຽນທີ່ສ້າງລາຍໄດ້ເປັນກອບເປັນກໍາ ແລະ ມີລາຍໄດ້ຫຼາຍທີ່ສຸດໃນໂລກ ໂດຍມູນຄ່າລວມກັນຂອງທັງ 5 ນັກຂຽນສູງເຖີງ 235 ລ້ານໂດລາສະຫະລັດ. ອັນດັບ 1: J.K. Rowling ມີລາຍໄດ້ລວມທັງໝົດຢູ່ທີ່ 92 ລ້ານໂດລາສະຫະລັດ ອັນດັບ 2: James Patterson ມີລາຍໄດ້ລວມທັງໝົດຢູ່ທີ່ 70 ລ້ານໂດລາສະຫະລັດ ອັນດັບ 3: Michelle Oboma ມີລາຍໄດ້ລວມທັງໝົດຢູ່ທີ່ 36 ລ້ານໂດລາສະຫະລັດ ອັນດັບ 4: Jeff Kinney ມີລາຍໄດ້ລວມທັງໝົດຢູ່ທີ່ 20 ລ້ານໂດລາສະຫະລັດ ອັນດັບ 5: Stephen King ມີລາຍໄດ້ລວມທັງໝົດຢູ່ທີ່ 17 ລ້ານໂດລາສະຫະລັດ

© ໂຕະນໍ້າຊາ | tonamcha.com
___________
Powered by Blogger.