Header Ads

ສປປ ລາວ ຮັບເອົາຄົນຫວຽດນາມ ເປັນພົນລະເມືອງເກືອບ 2 ພັນຮອດປັດຈຸບັນ

ໜັງສືພິມລາວພັດທະນາລາຍງານອ້າງອີງການລາຍງານຂອງ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕໍ່ກອງປະຊຸມສະພາແຫ່ງຊາດທີ່ພວມດໍາເນີນໃນປັດຈຸບັນນີ້ ວ່າ: ລັດຖະບານລາວໄດ້ອະນຸມັດຮັບເອົາຄົນຫວຽດນາມ ຈໍານວນ 1,964 ຄົນ ໃນຈໍານວນ 6,417 ຄົນ ເປັນພົນລະເມືອງລາວແລ້ວ. ສ່ວນຍັງເຫຼືອແມ່ນສືບຕໍ່ສະເໜີລັດຖະບານຄົ້ນຄວ້າພິຈາລະນາອະນຸມັດໃນຂັ້ນຕໍ່ໄປ ໂດຍກຸ່ມຄົນຫວຽດນາມເຫຼົ່ານັ້ນໄດ້ເຄື່ອນຍ້າຍເຂົ້າມາລາວແບບເສລີຢູ່ລຽບຕາມຊາຍແດນເຂດເມືອງຄໍາເກີດ, ເມືອງບໍລິຄັນ ແລະ ເມືອງວຽງທອງ ແຂວງບໍລິຄໍາໄຊ. ດັ່ງນັ້ນ ຄະນະສະເພາະກິດປະສົມສອງຝ່າຍລາວ-ຫວຽດນາມໄດ້ຮ່ວມກັນແກ້ໄຂ, ໂດຍໃຫ້ລັດຖະບານລາວຮັບເອົາເຂົາເຈົ້າເປັນພົນລະເມືອງລາວ ທ່ານລັດຖະມົນຕີໃຫ້ຮູ້ວ່າ: ຜ່ານການກວດກາເອກະສານ ຂໍອະນຸມັດແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດຂອງຄະນະສະເພາະກິດຈໍານວນ 1,696 ຄູ່ ພົບວ່າຂໍແຕ່ງດອງຢູ່ດິນແດນລາວມີ 493 ຄູ່, ຢູ່ນອກປະເທດ 1,203 ຄູ່. ໃນນີ້ຍັງມີການລັກລອບແຕ່ງດອງບໍ່ຖືກຕ້ອງຕາມລະບຽບກົດໝາຍຫຼາຍກວ່າ 1,750 ຄູ່. ປັດຈຸບັນ, ລັດຖະບານໄດ້ເນັ້ນໃຫ້ເຈົ້າໜ້າທີ່ ແລະ ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ໄດ້ເອົາໃຈໃສ່ຕິດຕາມກວດກາ ການເຄື່ອນຍ້າຍຂອງພົນລະເມືອງລາວ ແລະ ຕ່າງປະເທດຈໍານວນໜຶ່ງ ທີ່ເຂົ້າ-ອອກ ສປປ ລາວ ຢ່າງເຂັ້ມງວດ, ໂດຍສະເພາະການ ເຂົ້າ-ອອກ ແບບບໍ່ຜ່ານດ່ານຊາຍແດນ ເພື່ອບໍ່ໃຫ້ເປັນຊ່ອງຫວ່າງຂອງຄົນບໍ່ດີເຂົ້າມາເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ອາຊະຍາກໍາຕ່າງໆຢູ່ປະເທດເຮົາ. ຂໍ້ມູນ : ໜັງສືພິມລາວພັດທະນາ Photo : Topvietnam
© ໂຕະນໍ້າຊາ | tonamcha.com
___________
Powered by Blogger.