Header Ads

ທີມແພດໂຮງໝໍແຂວງຫຼວງພະບາງ ໄດ້ປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ດີແລ້ວ ຄົບທຸກຄົນໃນຈໍານວນ 7 ຄົນ



ວັນທີ 21 ພຶດສະພາ 2021 ນີ້ ຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ມີພິທີສົ່ງຜູ້ຕິດເຊື້ອພະຍາດໂຄວິດ 19 ທີ່ນອນປີີ່ນປົວຢູ່ຕກແຍກປ່ຽວ ຈໍານວນ 7 ຄົນ ໃຫ້ກັບຄືນໄປຈໍາກັດບລິເວນຢູ່ເຮືອນ ພາຍຫຼັງປິ່ນປົວດີ ແລະກວດຫາເຊື້ອບໍ່ພົບ 2 ຄັ້ງຕິດຕໍ່ກັນ. ດຣ ທອງພຸດ ສຸກກະເສີມ ອໍານວຍການໂຮງໝໍແຂວງຫຼວງພະບາງ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ນັບແຕ່ ວັນທີ 24 ເມສາ 2021 ມາຮອດປະຈຸບັນ ໂຮງໝໍແຂວງຫຼວງພະບາງ ໄດ້ຮັບເອົາ ຄົນເຈັບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 13 ຄົນ, ໃນນັ້ນ ເປັນຍິງ 9 ຄົນ ແລະເດັກນ້ອຍ 2 ຄົນ, ມາຈາກນະຄອນ-ຫຼວງພະບາງ ມີ 8 ຄົນ ແລະເມືອງຊຽງເງິນ 5 ຄົນ, ຈາກການທຸ່ມເທເຮືອແຮງສະຕິປັນຍາ ຂອງແພດໝໍ ທີ່ໄດ້ຕິດຕາມອາການຢ່າງໃກ້ສິດ ແລະການປະຕິບັດຫຼັກການຂອງຄົນເຈັບເອງ ຈື່ງສາມາດປິ່ນປົວຫາຍດີແລ້ວ 6 ຄົນ ແລະອານຸຍາດໃຫ້ກັບບ້ານໄດ້ ເປັນຊຸດທຳອິດ ໃນວັນທີ່ 15 ພຶດສະພາຜ່ານມາ, ສ່ວນຄົນເຈັບຕິດເຊື້ອພະຍາດໂຄວິດ 19 ອີກ 7 ຄົນ ທີ່ນອນສືບຕໍ່ປີ່ນປົວຢູ່ໂຮງໝໍແຂວງ ທີມແພດໄດ້ສືບຕໍ່ປີ່ນປົວຕາມອາການ ທັງໄດ້ເກັບຕົວຢ່າງມາກວດວິເຄາະຫຼາຍຄັ້ງ ມາຮອດວັນທີ່ 21 ພດສະພານີ້ ຜົນກວດຂອງທຸກຄົນແມ່ນໃຫ້ຜົນລົບ 2 ຄັ້ງຕິດຕໍ່ກັນ ຈື່ງໄດ້ອານຸຍາດໃຫ້ເຂົາເຈົ້າກັບຄືນໄປສູ່ຄອບຄົວ ໂດຍໄດ້ແນະນຳໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນຕື່ມ 14 ວັນ ແລະຈະມີການເກັບຕົວຢ່າງມາກວດວິເຄາະອີກຄັ້ງເພື່ອຄວາມປອດໄພ ກ່ອນຈະອານຸຍາດໃຫ້ເຂົາເຈົ້າ ສາມາດດຳລົງຊີວິດຕາມປົກກະຕິ. 




      

ສໍາລັບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ທີ່ໄດ້ຮັບການປີ່ນປົວຫາຍດີ ແລະໄດ້ຮັບປານອານຸຍາດໃຫ້ອອກໂຮງໝໍ ໃນວັນທີ່ 21 ພຶດສະພານີ້ ມີຈຳນວນ 7 ຄົນ ໃນນັ້ນ 4 ຄົນ ຢູ່ ນະຄອນ ຫຼວງພະບາງ ແລະເມືອງຊຽງເງິນ 3 ຄົົນ ຜົນສຳເລັດທີ່ພາກພູມໃຈ ແມ່ນການປີ່ນປົວເດັກນ້ອຍ ອາຍຸ 1 ປີ 5 ເດືອນ ແລະອາຍຸ 2 ເດືອນ ໃຫ້ຫາຍດີຈາກພະຍາດໂຄວິດ 19 ລວມທັງແມ່ຜູ້ເບີ່ງແຍງເດັກ ແລະພະນັກງານແພດທຸກຄົນ ແມ່ນປອດໄພຈາກພະຍາດໂຄວິດ 19.


© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.