Header Ads

Zhang Yiming ຜູ້ກໍ່ຕັ້ງ TikTok ປະກາດລົງຈາກຕໍາແໜ່ງ CEO ຂອງບໍລິສັດແລ້ວ




ສໍານັກຂ່າວຕ່າງປະເທດລາຍງານວ່າ Zhang Yiming ໃນການຜູ້ກໍ່ຕັ້ງແອັບຊື່ດັງລະດັບໂລກ TikTok ປະລົງລາອອນຈາກຕໍາແໜ່ງຜູ້ບໍລິຫານສູງສຸດ ຫຼື CEO ຂອງບໍລິສັດແລ້ວ , ໂດຍຜູ້ທີ່ຈະຂື້ນມາຮັບຕໍາແໜ່ງແທນແມ່ນ Rubo Liang ຜູ້ຮ່ວມກໍ່ຕັ້ງແອັບ TikTok ມານໍາກັນ ເຊິ່ງຂ່າວນີ້ຖືເປັນການປ່ຽນແປງຄັ້ງໃຫຍ່ຂອງບໍລິສັດ ByteDance ໃນນາມບໍລິສັດແມ່ຂອງ TikTok ນັບຕັ້ງແຕ່ບໍລິສັດກໍາເນີດຂື້ນໃນປີ 2012. 


ຂໍ້ມູນເບື້ອງຕົ້ນ Zhang Yiming ໃຫ້ເຫດຜົນວ່າຕົ້ນເອງລາອອກຈາກຕໍາແໜ່ງ CEO ເພາະຍອມຮັບວ່າ ຂາດທັກສະບາງຢ່າງທີ່ຈໍາເປັນຕໍ່ການເປັນຜູ້ນໍາທີ່ດີ ເພາະສ່ວນຕົວແລ້ວ Zhang Yiming ມັກເປັນຄົນວິເຄາະເລື່ອງຕະຫຼາດ, ວິເຄາະອົງກອນ ແລະ ມັກນໍາທິດສະດີເຫຼົ່ານັ້ນມາລຸດຂັ້ນຕອນການເຮັດວຽກຫຼາຍກວ່າ. ນອກນັ້ນ, Zhang Yiming ຍັງບໍ່ມັກວຽກບໍລິຫານຄົນ ບໍ່ມັກເຂົ້າສັງຄົມ ແລະກິດຈະກໍາເປັນໝູ່ຄະນະນຈໍານວນຫຼາຍ ແຕ່ມີນິໄວສ່ວນຕົວມັກເຮັດກິດຈະກໍາສ່ວນຕົວຄົນດຽວຫຼາຍກວ່າເປັນຕົ້ນແມ່ນ ອ່ານໜັງສື, ຟັງເພງ ແລະ ມັກໃຊ້ເວລາສ່ວນຕົວຄິດເລື່ອງຕ່າງໆແບບງຽບໆຄົນດຽວເປັນສ່ວນໃຫຍ່. 


© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.