Header Ads

ດ່ານພາສີສາກົນປາກຊັນ ເກັບລາຍຮັບໄດ້ລື່ນແຜນການ 113 ຕື້ກ່ວາກີບ ໃນປີ 2018



ປີ 2018 ຜ່ານມາ ດ່ານພາສີສາກົນປາກຊັນສາມາດເກັບລາຍຮັບໄດ້ 318.301.322.200 ກີບ, ເທົ່າກັບ 155.89% ຫລື ລື່ນແຜນການທີ່ວາງໄວ້ 113.884.322.200 ກີບ, ໂດຍເປັນໜຶ່ງໃນຈຳນວນ 2 ດ່ານພາສີພາຍໃນແຂວງບໍລິຄໍາໄຊ ທີ່ຂຶ້ນກັບກອງຄຸ້ມຄອງພາສີ 5 ທີ່ສາມາດເກັບລາຍຮັບລື່ນແຜນ ການທີ່ວາງໄວ້, ໃນຂະນະທີ່ການເກັບລາຍຮັບໃນ ປີ 2019 ມີຄວາມສ່ຽງສູງທີ່ຈະບໍ່ບັນລຸຕາມແຜນການທີ່ວາງໄວ້.



ທ່ານ ໄຊຊະນະ ວົງຊົມພູ, ຮອງຫົວໜ້າດ່ານພາສີສາກົນປາກຊັນ ໃຫ້ຮູ້ວ່າ: ລາຍຮັບທີ່ເກັບໄດ້ຫລາຍກ່ວາໝູ່ຢູ່ດ່ານພາສີສາກົນປາກຊັນ ແມ່ນໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ຮອງມາແມ່ນພາຫະນະ ແລະ ເຄື່ອງອຸປະໂພກ-ບໍລິ ໂພກ.

ໃນປິ 2018 ຜ່ານມາ, ຍ້ອນການນ້ຳເຂົ້ານ້ຳມັນເພື່ອຮັບໃຊ້ໂຄງການຕ່າງໆ ແລະ ການນຳເຂົ້າພາຫະນະເພີ່ມຂຶ້ນຫລາຍ ຈິ່ງເຮັດໃຫ້ການເກັບລາຍຮັບຢູ່ດ່ານພາສີແຫ່ງນີ້ໄດ້ລື່ນແຜນການທີ່ວາງໄວ້. ສ່ວນສະພາບການນໍາເຂົ້າສິນຄ້າໜີພາສີໃນປີ 2018 ຜ່ານມາ ແມ່ນບໍ່ມີເກີດຂຶ້ນ ເນື່ອງຈາກເຈົ້າໜ້າທີ່ພາສີປະຈໍາດ່ານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຢ່າງເຂັ້ມງວດທີ່ສຸດ.



ສໍາລັບຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານແມ່ນບັນຫາສາງເກັບມ້ຽນສິນຄ້າຢູ່ໄກຈາກດ່ານ ຫລາຍກ່ວາ 10 ກິໂລແມັດ ເຮັດໃຫ້ມີສຽງຈົ່ມວ່າຈາກຜູ້ປະກອບການທີ່ນໍາເຂົ້າສິນຄ້າ ເພາະເຮັດໃຫ້ສິ້ນເປືອງຄ່າໃຊ້ຈ່າຍ, ເວລາ ແລະ ເຮັດໃຫ້ການນຳເຂົ້າຊັກຊ້າ.

ທ່ານຮອງຫົວໜ້າດ່ານພາສີສາກົນປາກຊັນ ໃຫ້ຮູ້ຕື່ມວ່າ: ສະເພາະປີ 2019, ກອງຄຸ້ມຄອງພາສີ 5 ກໍ່ຄື ກົມພາສີ, ກະຊວງ ການເງິນ ໄດ້ຮັບມອບໝາຍໃຫ້ດ່ານພາສີສາກົນປາກຊັນເກັບລາຍຮັບໃຫ້ໄດ້ 360 ຕື້ ກີບ, ທຽບ ໃສ່ແຜນການທີ່ວາງໄວ້ໃນປີ 2018 ເພີ່ມຂຶ້ນ 32.51%.


ສະເພາະ 2 ເດືອນຜ່ານມາ ແມ່ນສາມາດເກັບໄດ້ແລ້ວ 40 ຕື້ກ່ວາ ກີບ, ຊຶ່ງຫລຸດຄາດໝາຍທີ່ວາງໄວ້ຫລາຍສົມຄວນ ເນື່ອງຈາກການນໍາເຂົ້າພາຫະນະຜ່ານດ່ານແຫ່ງນີ້ຫລຸດລົງ. ຄາດວ່າຖ້າ ຫາກການນໍາເຂົ້າພາຫະນະຍັງສືບຕໍ່ຫລຸດລົງແບບນີ້ ອາດຈະເຮັດໃຫ້ດ່ານພາສີສາກົນປາກຊັນຈະບໍ່ສາມາດເກັບລາຍຮັບ ໃນປີ 2019 ໄດ້ຕາມແຜນທີ່ວາງໄວ້. ໂດຍ: ບຸນຕຽງ ຈັນທະວົງ (ວສທ)


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.