Header Ads

ໂຄງການ REDD ລົງທຶນຫຼາຍແສນໂດລາເພື່ອ ຫຼຸດຜ່ອນທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ



ຄະນະກໍາມະການຮັບຜິດຊອບໂຄງການຫຼຸດຜ່ອນອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ(ເຣດ)ຫຼື Reducing Emissions from Deforestation and forest Degradation(REDD) ເປັນໂຄງການຮ່ວມມື ລະຫວ່າງ ສປປ ລາວ ກັບ ສ.ເກົາຫຼີ ໄດ້ເປີດກອງປະຊຸມ ຄັ້ງປະຖົມມະລືກ ເພື່ອຜ່ານແຜນດໍາເນີນງານຂອງໂຄງການ.



ກອງປະຊຸມຈັດຂຶ້ນໃນທ້າຍເດືອນກຸມພາ 2019 ທີ່ຜ່ານມາ ຢູ່ໂຮງແຮມເອລາວັນ ຣີເວີຊາຍ ນະຄອນປາກເຊ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ, ທ່ານ ບັງຄີ ອານ(Byungki Ahn) ຮັກສາການຫົວໜ້າ ໂຄງການເຣດ (REDD ) ກົມໃຫຍ່ປ່າໄມ້ ສ.ເກົາຫຼີ, ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ. ມີການນໍາເມືອງປະທຸມພອນ, ບາຈຽງຈະເລີນສຸກ, ເມືອງປາກຊ່ອງ ແລະ ການນໍາຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.


ໃນກອງປະຊຸມ ໄດ້ຜ່ານແຜນດໍາເນີນງານຂອງໂຄງການ ແຕ່ປີທີ 1 ຫາ ປີທີ 4, ໂຄງການຫຼຸດຜ່ອນອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ຫຼື ເຣດ ມີທີ່ຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດ ດົງຫົວສາວ ແຂວງຈໍາປາສັກ, ພື້ນທີ່ໂຄງການກວມເອົາ 3 ເມືອງ ຄື: ເມືອງປະທຸມພອນ, ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ, ໄລຍະການຈັດຕັ້ງປະຕິບັດໂຄງການ ແຕ່ປີ 2019-2022 ໃນມູນຄ່າ 7 ແສນໂດລາສະຫະລັດ ເຊິ່ງເປັນທຶນຊ່ວຍເຫຼືອລ້າຂອງລັດຖະບານ ສ.ເກົາຫຼີ. ຈຸດປະສົງ ກໍ່ເພື່ອຫຼຸດຜ່ອນການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ໃນພື້ນທີ່ປ່າສະຫງວນດົງຫົວສາວ ຕິດພັນກັບການສົ່ງເສີມການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃນຂອບເຂດປ່າສະຫງວນ ທັງສົ່ງເສີມການທ່ອງທ່ຽວໃນເຂດປ່າສະຫງວນ. ພາຍຫຼັງສໍາເລັດກອງປະຊຸມ ຜູ້ແທນກອງປະຊຸມ ຍັງໄດ້ເດີນທາງໄປຢ້ຽມຢາມພື້ນທີ່ປ່າສະຫງວນແຫ່ງຊາດດົງຫົວສາວ, ຢ້ຽມຢາມສະຖານທີ່ປູກໄມ້-ຟື້ນຟູປ່າ ແລະ ຢ້ຽມຢາມແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງແຂວງຕື່ມອີກ. ຂ່າວ-ພາບ: ທູນທອງໃຈ 


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.