ຄລີບເຈົ້າໜ້າທີໂຮງໝໍທີ່ອິນເດຍ ໂຍນສົບທີ່ຕາຍຈາກໂຄວິດ-19 ລົງແມ່ນໍ້າ
ສື່ໃນອິນເດຍເຜີຍແຜ່ຄລິບການໂຍນສົບທີ່ຕາຍຈາກໂຄວິດ-19 ລົງແມ່ນໍ້າ ໂດຍໃນເນື້ອຂ່າວລາຍງານວ່າອາດເປັນເຈົ້າໜ້າທີ່ໂຮງໝໍ ທີ່ລັດພິຫານ ໃນອິນເດຍ ເຊິ່ງຫຼາຍຝ່າຍກໍາລັງຕັ້ງຂໍສັນນີຖານວ່ານີ້ແມ່ນເຫດຜົນທີ່ພົບສົບລອຍນໍ້າເກີນຕື້ນຈໍານວນຫຼາຍໃນ 2-3 ວັນຜ່ານມາທີ່ອອກເປັນຂ່າວໂດ່ງດັງທົ່ວໂລກຕາມສື່ຂ່າວຕ່າງໆ.
ອີງຕາມການລາຍງານຂອງສື່ອິນເດຍ (The Times of India) ລະບຸວ່າສົບທີ່ໄຮວິນຍານເກືອບທັງໝົດອາດເປັນສົບບໍ່ມີຍາດ ເປັນເຫດຜົນທີ່ເຮັດໃຫ້ໂຮງໝໍຕ້ອງກໍາຈັດສົບດ້ວຍວິທີໂຍນລົງນໍ້າ ແທ່ນການນໍາໄປເຜົາ ຫຼື ຝັງ.
Source : The Time of India
© ໂຕະນໍ້າຊາ | tonamcha.com
_____
Post a Comment