Header Ads

ສະຫະພາບເອີລົບ(EU) ຈະສະໜອງວັກຊິນ 100 ລ້ານຫຼອດໃຫ້ປະເທດທຸກຍາກ



ສໍານັກຂ່າວຊິນຮວາລາຍງານວ່າ : ເມື່ອທ້າຍອາທິດທີ່ຜ່ານມາ, ທ່ານ ອູຊູລາ ໂວນເດີເລເຢັນ ປະທານຄະນະກຳມະການເອີຣົບ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສາທາລະນະສຸກ G20 ໂດຍປະກາດວ່າ: ສະຫະພາບເອີຣົບ (EU) ຈະສະໜອງວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 100 ລ້ານຫຼອດ ໃຫ້ແກ່ປະເທດທີ່ທຸກຍາກທີ່ສຸດ.


ທ່ານ ອູຊູລາ ໂວນເດີເລເຢັນ ກ່າວວ່າ: ແຕ່ລະຄົນບໍ່ວ່າດຳລົງຊີວິດຢູ່ແຫ່ງໃດຂອງໂລກ ກໍລ້ວນແຕ່ມີການສີດວັກຊິນປ້ອງກັນພະຍາດໂຄວິດ-19, EU ມີແຜນວ່າ: ກ່ອນທ້າຍປີ 2021 ຈະສະໜອງວັກຊິນປ້ອງກັນພະຍາດໂຄວິດ-19 ຢ່າງໜ້ອຍ 100 ລ້ານຫຼອດ ໃຫ້ແກ່ປະເທດທີ່ມີລາຍຮັບປານກາງ ແລະ ລາຍຮັບຕ່ຳໃນໂລກ.


ຂ່າວລາຍງານວ່າ: EU ໄດ້ບັນລຸຄວາມເຫັນເປັນເອກະພາບກັນກ່ຽວກັບໜັງສືຜ່ານແດນພະຍາດໂຄວິດ-19 ທີ່ໄດ້ຮັບຄວາມສົນໃຈຢ່າງສູງຈາກວົງການພາຍນອກ. ໜັງສືຜ່ານແດນດັ່ງກ່າວ ຈະບັນທຶກຂໍ້ມູນສ່ວນຕົວເຊັ່ນ: ສະພາບການສີດວັກຊິນ, ຜົນການກວດຫາເຊື້ອພະຍາດ, ສະພາບການຟື້ນຟູສຸຂະພາບຫຼັງຈາກຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ອື່ນໆ. EU ປະກາດຮ່າງຍັດຕິ ມີແຜນຈະໃຊ້ໃບຢັ້ງຢືນດີຈີຕອນສີຂຽວ ກ່ຽວກັບພະຍາດໂຄວິດ-19 ເພື່ອຊຸກຍູ້ໃຫ້ປະຊາຊົນພາຍໃນພາກພື້ນໄປມາຫາສູ່ກັນໄດ້ຢ່າງເສລີ. ຫຼັງຈາກນັ້ນ, ໃບຢັ້ງຢືນດີຈີຕອນສີຂຽວ ໄດ້ຖືກປ່ຽນຊື່ເປັນໜັງສືຜ່ານແດນພະຍາດໂຄວິດ-19.


© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.