Header Ads

ຍານສຳຫຼວດດາວອັງຄານ “ຈູ້ຣົງ” ລົງສູ່ພື້ນຜິວດາວອັງຄານຢ່າງສຳເລັດຜົນ





ຕາມການລສຍງານຂອງຊີອາໄອລາຍງານວ່າ: ໂຕເລກວັດແທກທາງໄກສະແດງໃຫ້ເຫັນວ່າ: ເວລາ 10 ໂມງ 40 ນາທີຂອງວັນທີ 22 ພຶດສະພານີ້, ຍານສຳຫຼວດດາວອັງຄານ “ຈູ້ຣົງ” ໄດ້ແລ່ນລົງຈອດຢ່າງປອດໄພ ແລະ ຂຶ້ນຢູ່ເທິງພື້ນຜິວດາວອັງຄານ ເລີ່ມເຄື່ອນທີ່ການສຳຫຼວດດາວອັງຄານ.

    

ເປົ້າໝາຍວິທະຍາສາດຂອງໂຄງການ “ທ່ຽນເວີ້ນ 1” ແມ່ນຄົ້ນຄວ້າພູມສັນຖານ ແລະ ຈຸດພິເສດໂຄງສ້າງທາງທໍລະນີສາດຂອງດາວອັງຄານ, ຈຸດພິເສດຂອງດິນຢູ່ພື້ນຜິວດາວອັງຄານ, ອົງປະກອບຂອງວັດຖຸຢູ່ພື້ນຜິວດາວອັງຄານ, ຈຸດພິເສດອາກາດ ແລະ ສະພາບແວດລ້ອມ ພ້ອມດ້ວຍໂຄງປະກອບພາຍໃນຂອງດາວອັງຄານ ແລະ ອື່ນໆ.


ໃນເວລາເຮັດວຽກຢູ່ເທິງດາວອັງຄານ, ຍານສຳຫຼວດດາວອັງຄານຈະສຳຫຼວດ ແລະ ຮັບຮູ້ສະພາບແວດລ້ອມຢູ່ເຂດກຳນົດ, ເຄື່ອນທີ່ ແລະ ສຳຫຼວດວິທະຍາສາດຢ່າງລະອຽດ. ພ້ອມກັນນັ້ນ, ຍານໂຄຈອນຈະສືບຕໍ່ອ້ອມດາວອັງຄານ, ເພື່ອຮັບສົ່ງສັນຍານໂທລະຄົມໃຫ້ແກ່ຍານສຳຫຼວດດາວອັງຄານໃນການຕິດຕໍ່ກັບໂລກ ທັງດຳເນີນການສຳຫຼວດຢູ່ວົງໂຄຈອນດາວອັງຄານ.


ທີ່ມາ : ນສພ ປະຊາຊົນ 

© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.