Header Ads

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2021 ບັນລຸໄດ້ປະມານ 918 ລ້ານ ໂດລາສະຫະລັດ



ອີງຕາມສູນຂໍ້ມູນຂ່າວສານທາງການຄ້າແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2021 ບັນລຸໄດ້ປະມານ 918 ລ້ານໂດລາສະ ຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີ ປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 491 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 64 ລ້ານໂດລາສະຫາລັດ.


ສິນຄ້າສົ່ງອອກຫລັກ ສະເລ່ຍທັງໝົດເປັນເງິນປະມານ 427 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 24 ລ້ານໂດລາສະຫະລັດ, ໝາກກ້ວຍ ມີ ປະມານ 22 ລ້ານໂດລາສະຫະລັດ, ຄໍາປະສົມ (ຄຳແທ່ງ) ມີມູນຄ່າປະມານ 74 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 6 ລ້ານໂດລາສະ ຫະລັດ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ...) ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ ແລະ ໄມ້ແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຫລັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 491 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 39 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ, ນໍ້າມັນກາຊວນ ມີມູນຄ່າປະມານ 38 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກ ຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 61 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້) ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ ແລະ ແກ້ວປະເສີດ ຫລື ເຄິ່ງປະເສີດ ມີມູນຄ່າປະມານ 26 ລ້ານໂດລາສະຫະລັດ. 


ບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກມີມູນຄ່າປະມານ: ຈີນ 192 ລ້ານໂດລາສະຫະ ລັດ, ຫວຽດນາມ 76 ລ້ານໂດລາສະຫະລັດ, ໄທ 64 ລ້ານໂດລາສະຫະລັດ, ສະວິດເຊີແລນ 15 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ. ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫລັກ ມີມູນຄ່າປະມານ: ໄທ 233 ລ້ານໂດລາສະຫະລັດ, ຈີນ 108 ລ້ານໂດລາສະຫະລັດ, ຫວຽດນາມ 40 ລ້ານໂດລາສະຫະລັດ, ຢີ່ປຸ່ນ 15 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 26 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫລັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.


ທີ່ມາ: ສູນຂໍ້ມູນຂ່າວສານທາງການຄ້າ | ນສພ ປະເທດລາວ 

© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.