Header Ads

WHO ເຕືອນການເດີນທາງ ຍັງບໍ່ທັນປອດໄພເຖິງຈະສີດວັກຊິນແລ້ວ



ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ພຶດສະພາທີ່ຜ່ານມາ, ທ່ານ ຮັນ ຄຣູດ ຜູ້ອຳນວຍການອົງການອະນາໄມໂລກ (WHO) ປະຈຳພາກພື້ນເອີຣົບ ໄດ້ກ່າວເຕືອນວ່າ: ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຄົງບອບບາງ ແລະ ຄວນຫຼີກລ່ຽງການເດີນທາງສາກົນ ໂດຍ ກ່າວເນັ້ນວ່າ: ວັກຊິນ ທີ່ໄດ້ຮັບອະນຸມັດແລ້ວ ສາມາດຕ້ານໄວຣັດກາຍພັນໄດ້.


ທ່ານ ຮັນ ຄຣຼດ ລະບຸວ່າ: ຂະນະນີ້, ໃນສະຖານະການທີ່ປະເຊີນກັບໄພຂົ່ມຂູ່ ແລະ ຄວາມບໍ່ແນ່ນອນໃໝ່ໆ ພວກເຮົາຈຳເປັນຕ້ອງໃຊ້ຄວາມລະມັດລະວັງຕໍ່ໄປ ແລະ ທົບທວນ ຫຼື ຫຼີກລ່ຽງການເດີນທາງສາກົນ ເພາະໄວຣັດແຜ່ກະຈາຍຢ່າງວ່ອງໄວ. ນອກຈາກນີ້, ທ່ານ ຄຣູດ ຍັງໄດ້ແນະນຳໃຫ້ປະຊາຊົນສີດວັກຊິນຕ້ານພະຍາດໂຄວິດ-19 ຕໍ່ໄປ, ເນື່ອງຈາກໃນຂະນະນີ້ ໃນພາກພື້ນເອີຣົບ ຫາກໍມີການສີດວັກຊິນຕ້ານພະຍາດໂຄວິດ-19 ພຽງ 23% ຂອງປະຊາກອນທັງໝົດ ແລະ ມີປະຊາກອນພຽງ 11% ທີ່ໄດ້ຮັບຄົບສອງໂດສແລ້ວ. ພ້ອມທັງຊີ້ໃຫ້ເຫັນວ່າ: ວັກຊິນ ອາດຈະເປັນແສງສະຫວ່າງທີ່ປາຍທາງແຕ່ພວກເຮົາຕ້ອງບໍ່ໃຫ້ຖືກແສງສະຫວ່າງເຮັດໃຫ້ຕາບອດ


ເນື້ອໃນຂ່າວ : ນສພ ປະຊາຊົນ 

© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.