Header Ads

ຂຸມປະຫຼາດທີ່ປະເທດແມັກຊິໂກ ເປັນພຽງຄວາມຜິດປົກກະຕິທາງທໍລະນີວິທະຍາ ບໍ່ແມ່ນສີມືມະນຸດຕ່າງດາວແຕ່ຢ່າງໃດ



ເກີດຂຸມປະຫຼາດໃນພາກກາງ ເຂດເມືອງຮວນຊີ ໂບນີລາ ປະເທດແມັກຊິໂກ ໃນວັນເສົາ ທີ 29  ພຶດສະພາ ຜ່ານມາ ໂດຍຂຸມດັ່ງກ່າວເກີດຍຸບໂຕລົງໃຕ້ດິນກາງໄຮ່ນາ ຕອນມື້ທໍາອິດມີຂະໜາດ 5 ແມັດ ແຕ່ພໍໜື່ງມື້ຜ່ານໄປຂຸມມີຂະໜາກດໃຫຍ່ຂື້ນ ແລະ ຂະຫຍາຍເປັນບໍລິເວນກ້ວາງເຖິງ 30 ແມັດ ເກືອບກືນເອົາເຮືອນທີ່ຢູ່ໃຫ້ຕົກລົງຂຸມນັ້ນ.​ ປັດຈຸບັນ. ຂຸມໄດ້ມີຫານຍຸບເພີ່ມເຕີ່ມໂດຍມີເສັ້ນຜ່ານສູນກາງວັດໄດ້ 70 ກວ່າແມັດ  ແລະ ມີຄວາມເລິກເຖິງ 20 ແມັດ ເຊິ່ງທາງເຈົ້າໜ້າທີ່ໄດ້ອອກມາຊີ້ແຈ້ງແລ້ວວ່າເປັນພຽງຄວາມຜິດປົກກະຕິທາງທໍລະນີວິທະຍາ ການອຸ້ມນໍ້າຂອງຊັ້ນຫີນ ແລະ ດິນເທົ່ານັ້ນ ບໍ່ແມ່ນສິງແປກປະຫຼາດ ຫຼື ເກີດຈາກສີມືມະນຸດຕ່າງດາວແຕ່ຢ່າງໃດ.​  







© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.