Header Ads

ນາຍົກລັດຖະມົນຕີຍີ່ປຸ່ນ ສັນຍາຈະສະໜອງວັກຊິນ ໃຫ້ປະເທດກຳລັງພັດທະນາ ລວມເຖິງ ສປປ ລາວ ເປັນມູນຄ່າ 1 ຕື້ໂດລາ



ໃນວັນທີ 2 ມິຖຸນາ ຜ່ານມານີ້, ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊຸງະ ໂຢຊິຮິເດະ ໄດ້ເປັນເຈົ້າພາບຮ່ວມກອງປະຊຸມທາງໄກ ກ່ຽວກັບກົນໄກແບ່ງປັນວັກຊິນ ເພື່ອຄວາມສະເໝີພາບຂອງໂຄງການແວັກ (COVAX AMC) ກັບ ທ່ານ ຈອຊ ມານູເອວ ບາຣອດໂຊ ປະທານພັນທະມິດວັກຊີນ (Gavi), ເຊິ່ງກອງປະຊຸມດັ່ງກ່າວ, ແມ່ນຖືກຈັດຂຶ້ນໂດຍມີເປົ້າໝາຍ ເພື່ອຫາທຶນເພີ່ມເຕີມທີ່ຈຳເປັນໃນການສະໜອງວັກຊິນ ໃຫ້ແກ່ປະເທດກຳລັງພັດທະນາ ລວມເຖິງປະເທດລາວ ໃຫ້ໄດ້ພາຍໃນທ້າຍປີ 2021 ນີ້.


ທ່ານ ຊຸງະ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ປະກາດວ່າ: ຍີ່ປຸ່ນໄດ້ສະໜັບສະໜູນເພີ່ມອີກ 800 ລ້ານໂດລາສະຫະລັດ ເພື່ອຍົກລະດັບຄຳໝັ້ນສັນຍາໃນການຊ່ວຍເຫລືອ ເຊິ່ງລວມເປັນ 1 ຕື້ໂດລາສະຫະ ລັດ. ຍີ່ປຸ່ນມີເປົ້າໝາຍໃນການສະໜອງວັກຊິນ ທີ່ຜະລິດຢູ່ໃນຍີ່ປຸ່ນ ຈຳນວນ 30 ລ້ານໂດສ ໃຫ້ແກ່ປະເທດ ແລະ ຂົງເຂດອື່ນ ຜ່ານໂຄງການໂຄແວັກ, ພ້ອມທັງຊ່ອງທາງອື່ນໆ ເມື່ອສະຖານະການເອື້ອອຳນວຍ ແລະ ມີຄວາມພ້ອມ. 


ໃນກອງປະຊຸມ, ນອກຈາກປະເທດຍີ່ປຸ່ນແລ້ວ ຫລາຍປະເທດກໍໄດ້ໃຫ້ຄຳໝັ້ນສັນຍາໃນການສະໜັບສະໜູນເປັນຈຳນວນເງິນ 8,3 ຕື້ໂດລາ ແລະ ວັກຊິນ ຈໍານວນ 1,8 ຕື້ໂດສ ເພື່ອປົກປ້ອງປະຊາກອນເກືອບ 30% ຂອງກຸ່ມປະເທດໃນກົນໄກແບ່ງປັນວັກຊິນ ແລະ ໃນມື້ດຽວກັນນັ້ນ, ປະເທດລາວກໍໄດ້ຮັບວັກຊິນໄຟເຊີ້ (Pfizer BioNTech) ຜ່ານໂຄງການໂຄແວັກ ຈຳນວນ 100.620 ໂດສ. ນອກຈາກນັ້ນ, ການມອບຮັບຊຸດຕໍ່ໄປແມ່ນຄາດວ່າ ຈະມາເຖິງປະເທດລາວໃນທ້າຍປີນີ້. 


ປະເທດຍີ່ປຸ່ນ ຈະສືບຕໍ່ຮ່ວມມືກັບອົງການອຸຍນີເຊບ ແລະ ຄູ່ຮ່ວມມືສາກົນອື່ນໆ ເພື່ອຕອບສະໜອງວັກຊິນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງທຸກຂົງເຂດ ໂດຍການຍົກລະດັບລະບົບເຢັນດ້ວຍການສະໜອງຕູ້ເຢັນ ແລະ ຕູ້ແຊ່ເພື່ອໃຊ້ໃນການຂົນສົ່ງ.


ທີ່ມາ: ສະຖານທູດຍີ່ປຸ່ນ


© ໂຕະນໍ້າຊາ | tonamcha.com 
 _____
Powered by Blogger.